• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫາງສຽງສືບຕໍ່ຕີລາຄາສູງບົດບາດນຳພາຂອງ ຫວຽດນາມ ໃນການຮັບມືກັບໂຄວິດ-19

      ກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ໄດ້ສະແດງໃຫ້ເຫັນຄວາມສາມາດນຳພາຢ່າງແຮງຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ ແລະ ປະທານ ອາຊຽນ+3.

(ພາບປະກອບ)
      ພາຍຫລັງສິ້ນສຸດກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19  ເຊິ່ງໄດ້ດຳເນີນໃນວັນທີ 14 ເມສາ , ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ໄດ້ຕີລາຄາສູງບົດບາດນຳພາຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ-19 ແລະ ຖືວ່າ 2 ກອງປະຊຸມດັ່ງກ່າວ ໄດ້ພິສູດໃຫ້ເຫັນນ້ຳໃຈສາມັກຄີໃນ ອາຊຽນ ແລະ ກັບ 3 ປະເທດຄູ່ຮ່ວມມືຖານບ້ານໃກ້ເຮືອນຄຽງໃນພາກພື້ນ. ທ່ານກ່າວວ່າ:
        “ຫວຽດນາມ ໄດ້ສະແດງໃຫ້ເຫັນ ການຊີ້ນຳນຳພາໜ້າປະທັບໃຈໃນການຊັກຈູງປະຊາຄົມຕໍ່ກັບໂລກລະບາດໂຄວິດ-19 ລວມໝູ່ຂອງພາກພື້ນອາຊຽນ. ຫົວຂໍ້ ສ້າງ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືໃນປີເປັນປະທານ ອາຊຽນ 2020 ຂອງ ຫວຽດນາມ ແມ່ນເໝາະສົມກັບສະພາບການ ຊື່ງພາກພື້ນພວມປະເຊີນໜ້າ.
        ວັນທີ 15 ເມສາ, ເມື່ອຕອບສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ ປະຈຳ ອາຊຽນ, ທ່ານເອກອັກຄະລັດຖະທູດ ເຕິງສີຈວຽນ ຫົວໜ້າຄະນະຜູ້ຕາງໜ້າ ຈີນ ປະຈຳ ອາຊຽນ ໃຫ້ຮູ້ວ່າ: ຈີນ ໄດ້ຕິດຕາມບັນດາຄວາມມານະພະຍາຍາມຂອງ ອາຊຽນ ພາຍໃຕ້ການນຳພາຂອງ ຫວຽດນາມຢ່າງໃກ້ຊິດ ໃນການຊຸກຍູ້ການຮ່ວມມືປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19. ເລື່ອງອອກຖະແຫຼງການປະທານ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ-19 ແລະ ຮຽກໂຮມ ປະຊຸມ ແລະ ຈັດກອງປະຊຸມທາງອອນລາຍສຳຄັນລະຫວ່າງບັນດາປະເທດສະມາຊິກ ອາຊຽນ ແລະ ອາຊຽນ+3, ໃນນັ້ນ ມີກອງປະຊຸມສຸດຍອດພິເສດ ອາຊຽນ ແລະ ອາຊຽນ+3 ໄດ້ສະແດງໃຫ້ເຫັນຄວາມສາມາດນຳພາຢ່າງແຮງຂອງ ຫວຽດນາມ ດ້ວຍບົດບາດເປັນປະທານ ອາຊຽນ ແລະ ປະທານ ອາຊຽນ+3.
 (ແຫຼ່ງຄັດຈາກ VOV)
 

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top