• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນລະອຽດ ດ້ວຍຫຼາຍໂຄງການ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວັງວ່າ ທ່ານ Takebe Tsutomu ຈະສືບຕໍ່ປະກອບສ່ວນຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ດ້ວຍບັນດາໂຄງການ, ລາຍການເປັນລະອຽດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຕ້ອນຮັບ ທ່ານ Takebe Tsutomu, ທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ໄດ້ໃຫ້ການຕອນຮັບ ທ່ານ Takebe Tsutomu, ທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ຫົວໜ້າກິດຕິມະສັກ ງານບຸນ ຍີ່ປຸ່ນ - ຫວຽດນາມ ຄັ້ງທີ 9 ທີ່ນະຄອນໂຮ່ຈີມິນ, ຊື່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ຢູ່ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ຕີລາຄາສູງບັນດາໝາກຜົນການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດໃນປີ 2023, ຊື່ງແມ່ນປີສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພົນຮ່ວມມື ຫວຽດນາມ - ຍີ່ປຸ່ນ ແລະ ເປັນປີແຫ່ງຂີດໝາຍປະຫວັດສາດການພົວພັນຮ່ວມມື ດ້ວຍການຍົກລະດັບການພົວພັນຂື້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫວັງວ່າ ທ່ານ Takebe Tsutomu ຈະສືບຕໍ່ປະກອບສ່ວນຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ດ້ວຍບັນດາໂຄງການ, ລາຍການເປັນລະອຽດ ໃນບັນດາຂົງເຂດ: ການສຶກສາ; ການທ່ອງທ່ຽວ; ຊຸກຍູ້ການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວ ລະຫວ່າງ ບັນດາທ້ອງຖິ່ນ; ບັນດາກິດຈະກຳແລກປ່ຽນວັດທະນະທຳ, ພົບປະປະຊາຊົນ… ພ້ອມກັນນັັ້ນ, ຊຸກຍູ້ການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ລະຫວ່າງສອງປະເທດ; ປົວແປງເງື່ອນໄຂການເຮັດວຽກ, ການອອກແຮງງານ, ຄຸນນະພາບຊີວິດ ຂອງນັກຝຶກງານ, ຊາວຜູ້ອອກແຮງງານ ຫວຽດນາມ ຢູ່ຍີ່ຢຸ່ນ ໃຫ້ດີຂື້ນ…

ສ່ວນທ່ານ Takebe Tsutomu ກໍ່ຢືນຢັນວ່າ: ຈະສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນການຮ່ວມມືກັບ ຫວຽດນາມ, ເປັນຕົ້ນແມ່ນໃນບັນດາຂົງເຂດ ທີ່ຍັງມີຄວາມສາມາດບົ່ມຊ້ອນ ຄືດັ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກມາ, ປະກອບສ່ວນຢ່າງຕັ້ງໜ້າ ນຳເອົາສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ພັດທະນາກວ່າອີກ. ທ່ານ Takebe Tsutomu ກໍ່ໄດ້ຍົກອອກບາງວິທີການຮ່ວມມືລະອຽດ ແນໃສ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບ ຫວຽດນາມ - ຍີ່ປຸ່ນ ໃນໄລຍະທີ່ຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top