• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ຖື​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານ​ກັບ ສະ​ຫະ​ພັນ​ລັດ​ເຊຍ ເປັນ​ສຳ​ຄັນ

ວັນທີ 8 ກຸມພາ, ຢູ່ຮ່າໂນ້ຍ,ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດ ຫວຽດນາມ , ປະທານປະເທດ ຫງວຽນຝຸຈ້ອງ  ໄດ້ໂອ້ລົມທາງໂທລະດັບກັບທ່ານ Dmitry Medvedev ປະທານພັກ ລັດເຊຍເອກະພາບ, ຮອງປະທານສະຄວາມໝັ້ນຄົງ ສະຫະພັນ ລັດເຊຍ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນການພັກກອມມູນິດ ຫວຽດນາມ , ປະທານປະເທດ ຫງວຽນຝຸຈ້ອງ. (ພາບ: TTXVN)

ທີ່ການໂອ້ລົມທາງໂທລະສັບ, ທ່ານ ຫງວຽນຝູຈ້ອງ ໄດ້ແຈ້ງໃຫ້ຊາບ ບັນດາຜົນງານຫຼັກແຫຼ່ງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ, ທ່ານກໍ່ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ມີຄວາມສະເໝີຕົ້ນສະໝີປາຍ ຍາມໃດກໍ່ຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍູດທະສາດກັບ ສະຫະພັນລັດເຊຍເປັນສຳຄັນ. ການພົວພັນລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກລັດເຊຍເອກະພາບ ໄດ້ສ້າງພື້ນຖານສຳຄັນໃນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ເຂົ້າລວງເລິກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັດແທດຈິງໃຫ້ແກ່ທັງສອງຝ່າຍ.

        ສ່ວນທ່ານ Dmitry Medvedev ໄດ້ອວຍພອນທ່ານ ເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ ຄັດເລືອກເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ທ່ານ ກໍ່ໃຫ້ຮູ້ວ່າ ລັດເຊຍ ພ້ອມແລ້ວທີ່ຈະຊຸກຍູ້ການຮ່ວມມືກັບຫວຽດນາມ ໃນບັ້ນຕໍ່ສູ້ກັບໂລກລະບາດໂຄວິດ - 19 ໃນປັດຈຸບັນ ກໍ່ຄືການຮ່ວມມືໃນທຸກຂົງເຂດ, ທ່ານຢັ້ງຢືນວ່າ ລັດເຊຍ ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບຫວຽດນາມ ເປັນສຳຄັນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top