• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ກາຍ​ເປັນ​ສະ​ຖານ​ທີ່​ນັດ​ພົບ​ໄດ້​ຮັບ​ຄວາມ​ນິ​ຍົມ​ແຖວ​ໜ້າ​ໃນ​ປີ 2026

ຮ່າໂນ້ຍ, ສູນກາງວັດທະນະທຳຂອງທົ່ວປະເທດ ສ້າງຄວາມປະທັບໃຈດ້ວຍການປະສົມປະສານລະຫວ່າງຄຸ້ມເມືອງເກົ່າ, ສະຖາປັດຕະຍະກຳແຕ່ສະໄໝຫົວເມືອງຂຶ້ນ ແລະ ການດຳລົງຊີວິດໃນປັດຈຸບັນ.
(ພາບປະກອບ: ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ)

ຕາມວາລະສານ Vogue ຂອງຝລັ່ງ, ກ້າວເຂົ້າສູ່ປີ 2026, ຫວຽດນາມ ພົ້ນເດັ່ນຂຶ້ນຄືດັ່ງໜຶ່ງໃນບັນດາສະຖານທີ່ດຶງດູດທີ່ສຸດຢູ່ອາຊີ, ຍ້ອນການປະສົມປະສານຢ່າງກົມກ່ຽວ ລະຫວ່າງທິວທັດທຳມະຊາດທີ່ພົ້ນເດັ່ນ, ວັດທະນະທຳ ແລະ ພະລັງຊີວິດທີ່ທັນສະໄໝ ຂອງບັນດາຕົວເມືອງໃຫຍ່. ຄວາມດຶງດູດຂອງການທ່ອງທ່ຽວ ຫວຽດນາມ ກ່ອນອື່ນໝົດແມ່ນສະຖານທີ່ທຳມະຊາດທີ່ມີລັກສະນະສັນຍາລັກ. ອ່າວຮະລອງ ດ້ວຍຫາດຊາຍທະເລຂຽວສົດໃສ ແລະ ບັນດາພູຫີນຕັ້ງສະຫງ່ານສືບຕໍ່ແມ່ນຮູບພາບທີ່ເປັນສັນຍາລັກຂອງ ການທ່ອງທ່ຽວ ຫວຽດນາມ, ທີ່ເຄີຍປະກົດໃນຫຼາຍຮູບເງົາສາກົນ. ຢູ່ເຂດພາກກາງ, ກຸງເກົ່າເຫ້ວ ດຶງດູດແຂກທ່ອງທ່ຽວຍ້ອນບັນດາປູຊະນີຍະສະຖານປະຫວັດສາດທີ່ໄດ້ຮັບການຮັບຮອງວ່າເປັນມໍລະດົກໂລກ.

ບັນດາຕົວເມືອງໃຫຍ່ ກໍ່ເປັນຂີດໝາຍຢ່າງຈະແຈ້ງໃນຂະແໜງການທ່ອງທ່ຽວຫວຽນາມ. ຮ່າໂນ້ຍ, ສູນກາງວັດທະນະທຳຂອງທົ່ວປະເທດ ສ້າງຄວາມປະທັບໃຈດ້ວຍການປະສົມປະສານລະຫວ່າງຄຸ້ມເມືອງເກົ່າ, ສະຖາປັດຕະຍະກຳແຕ່ສະໄໝຫົວເມືອງຂຶ້ນ ແລະ ການດຳລົງຊີວິດໃນປັດຈຸບັນ. ໃນຂະນະນັ້ນ, ນະຄອນໂຮ່ຈີມິນ ປັດຈຸບັນປະກົດຕົວຄືດັ່ງຕົວເມືອງທີ່ຂະຫຍັນຂັນເຂື່ອນ ດ້ວຍບັນດາຕຶກອາຄານສູງທີ່ທັນສະໄໝຕັ້ງຢູ່ຄຽງຂ້າງບັນດາກິດຈະກຳສະຖາປັດຕະຍາກຳທີ່ເກົ່າແກ່ຕາມໄລຍະເວລາ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top