• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໜູນ​ຊ່ວຍອຸ​ປະ​ກອນ​ການ​ແພດ​ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ Covid -19 ໃຫ້​ແກ່ຫຼາຍ​ປະ​ເທດ

ໂດຍໄດ້ຮັບການມອບສິດຈາກທ່ານນາຍົກລັດຖະມົນຕີ, ຕອນບ່າຍວັນທີ 18 ພຶດສະພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມອບອຸປະກອນການແພດເພື່ອໜູນຊ່ວຍການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຂອງ ລັດຖະບານ  ແລະ ປະຊາຊົນ ຫວຽດນາມໃຫ້ລັດຖະບານ ແລະ ປະຊາຊົນ 8 ປະເທດຄູ່ຮ່ວມມືຍຸດທະສາດ ແລະ ຄູ່ຮ່ວມມືຮອບດ້ານຢູ່ອາຊີຕາເວັນອອກສ່ຽງໃຕ້, ອາຊີໃຕ້ ແລະ ປາຊີຟິກໃຕ້ລວມມີ: ອົດສະຕາລີ, ບຮູໄນ, ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ. 

ພິທີມອບຮັບ ອຸປະກອນການແພດ (ພາບ: baoquocte.vn)

ເຄື່ອງໜູນຊ່ວຍລວມມີ: ຜ້າອັດປາກ - ດັງປ້ອງກັນເຊື້ອໂລກ, ຜ້າອັດປາກ - ດັງປ້ອງກັນພະຍາດ, ຊຸດປ້ອງກັນເຊື້ອໂລກ ແລະ ຜະລິດຕະພັນຢາຊີວິພາບວິໄຈເຊື້ອໄວຣັດ SARS – CoV – 2 ໂດຍ ຫວຽດນາມຜະລິດດ້ວຍຍອດມູນຄ່າ ແມ່ນ 420.000 USD. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນກ໊ວກຢຸງຢັ້ງຢືນວ່າ: ຫວຽດນາມມີຄວາມປາດຖະໜາຢາກແບ່ງປັນ ແຫຼ່ງກຳລັງສ່ວນໜຶ່ງໃນຄວາມສາມາດຂອງຕົນເພື່ອປະກອບສ່ວນຮັບມືກັບໂລກລະບາດ Covid – 19 ກັບປະຊາຊົນ ແລະ ກຳລັງຢູ່ແນວໜ້າຂອງບັນດາປະເທດ. ທ່ານຮອງລັດຖະມົນຕີໄດ້ສະເໜີວ່າ ລັດຖະບານບັນດາປະເທດສືບຕໍ່ສົມທົບກັນ, ເປັນຕົ້ນແມ່ນຜ່ານບັນດາກົນໄກໂດຍອາຊຽນນຳໜ້າ, ສ້າງເງື່ອນໄຂສະດວກໃຫ້ແກ່ການກັບເມື່ອປະເທດຂອງພົນລະເມືອງຂອງກັນ, ພ້ອມທັງສ້າງເງື່ອນໄຂໃຫ້ແກ່ບັນດາຜູ້ບໍ່ກັບເມືອປະເທດ, ເປັນຕົ້ນແມ່ນນັກສຶກສາ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top