• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ບັນ​ດາ​ຂອບ​ເຂດ​ຮ່ວມ​ມືຫຼາຍ​ຝ່າຍ

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA – 42) ດ້ວຍຫົວຂໍ້ “ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາໃນຂົງເຂດເຕັກນິກດີຈີຕອນແບບກວມລວມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ 2025” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ ແບບທາງໄກ. ເນື່ອງໃນໂອກາດນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ມີສານອວຍພອນສົ່ງເຖິງກອງປະຊຸມສະມັດຊາໃຫຍ່ AIPA – 42.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ  (ພາບ: nhandan.vn)

ໃນສານ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງຫົວຂໍ້ຂອງ ກອງປະຊຸມສະມັດຊາໃຫຍ່ AIPA ປີນີ້. ທ່ານຖືວ່າ ນີ້ແມ່ນຫົວຂໍ້ທີ່ມີລັກສະນະສະຖານະການການເມືອງສູງ ແລະ ວາງອອກຄຳຮຽກຮ້ອງທີ່ແທດຈິງໃນການຮ່ວມມືລັດຖະສະພາ ອາຊຽນ, ເສີມຂະຫຍາຍບົດບາດຂອງຊ່ອງນິຕິບັນຍັດໄປຄຽງຄູ່ກັບຊ່ອງບໍລິຫານໃນການຍູ້ແຮງຂະບວນວິວັດຫັນເປັນດີຈີຕອນ, ສ້າງພື້ນຖານເສດຖະກິດດີຈີຕອນ, ຮັດແຄບໄລຍະຫ່າງ ແລະ ຄວາມສະເໝີພາບດີຈີຕອນ, ມຸ່ງໄປເຖິງເຕັກນິກດີຈີຕອນກວມລວມໃນປະຊາຄົມ ອາຊຽນ.

        ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາຂອບເຂດການຮ່ວມມືຫຼາຍຝ່າຍ, ນັບທັງທາງດ້ານບໍລິຫານ ແລະ ນິຕິບັນຍັດ. ຫວຽດນາມ ຈະສືບຕໍ່ປະກອບສ່ວນຈົນສຸດຄວາມສາມາດຂອງຕົນເຂົ້າໃນວິວັດທະນາການຮ່ວມມື ແລະ ພັດທະນາຂອງ AIPA, ເຂົ້າໃນຄວາມເຕີບໃຫຍ່ເຂັ້ມແຂງ ແລະ ຄວາມໝັ້ນແກ່ນຂອງປະຊາຄົມ ອາຊຽນ, ຊາຍຄາລວມຂອງປະຊາຊົນກວ່າ 650 ລ້ານຄົນຂອງບັນດາປະເທດໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top