ໃນຂອບເຂດການເຮັດວຽກ, ສະຫະສະມາຄົມໄດ້ສະເໜີເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ AIT ຜ່ານບັນດາທິດທາງຈຸດສຸມ ລວມມີ: ປົກປ້ອງພື້ນຖານໂຄງລ່າງດີຈີຕອນຫຼັກ; ຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະ ສ້າງລະບົບນິເວດດີຈີຕອນທີ່ໜ້າໄວ້ວາງໃຈ; ໝູນໃຊ້ AI ແລະ ວິເຄາະຂໍ້ມູນໃນວຽກງານຮັບປະກັນຄວາມປອດໄພທາງໄຊເບີ; ຮ່ວມມມືກັນບຳລຸງກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ຊຸກຍູ້ການແລກປ່ຽນນັກຊ່ຽວຊານ ແລະ ສົມທົບກັນຈັດບັນດາເວທີປາໄສ, ກອງປະຊຸມສຳມະນາສາກົນປະຈຳປີ. ໄປຄຽງຄູ່ກັນນັ້ນ, ສະຫະສະມາຄົມກໍສະເໜີເປີດກວ້າງການເຊື່ອມຕໍ່ວິສາຫະກິດເຕັກໂນໂລຢີລະຫວ່າງສອງປະເທດ ແນໃສ່ຊຸກຍູ້ການຖ່າຍທອດເຕັກໂນໂລຢີ, ຜັນຂະຫຍາຍບັນດາຂໍ້ລິເລີ່ມຮ່ວມມືກ່ຽວກັບຄວາມປອດໄພທາງໄຊເບີ, ຂໍ້ມູນຂ່າວສານ ແລະ ປັນຍາປະດິດ.
ການເຮັດວຽກແມ່ນບາດກ້າວສືບຕໍ່ທີ່ສຳຄັນພາຍຫຼັງ ເວທີປາໄສຄວາມປອດໄພທາງໄຊເບີ ໂອຕາລິດ - ຫວຽດນາມ ປີ 2026, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ໂອຕາລິດ ໃນຂົງເຂດຄວາມປອດໄພທາງໄຊເບີ ແລະ ເຕັກໂນໂລຢີດີຈີຕອນ ເລິກເຊິ່ງກວ່າອີກ, ພ້ອມທັງເປີດຫຼາຍກາລະໂອກາດຮ່ວມມືທີ່ແທດຈິງລະຫວ່າງບັນດາສຳນັກງານ, ອົງການຈັດຕັ້ງ ແລະ ວິສາຫະກິດສອງປະເທດ.







