• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ທະ​ນາ​ຄານ​ໂລກ​ຍູ້​ໄວການ​ປະ​ຕິ​ບັດ​ການ​ຫັນ​ຂອບ​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ສືບຕໍ່ຍູ້ໄວ ແລະ ປະຕິບັດການຫັນຂອບຮ່ວມມືຍຸດທະສາດລະຫວ່າງ WB ແລະ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.
(ພາບ: TTXVN)

ຕອນເຊົ້າວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງ Mariam Sherman, ຜູ້ອຳນວຍການທະນາຄານໂລກ (WB)  ປະຈຳ ຫວຽດນາມ, ກຳປປູເຈຍ ແລະ ລາວ, ທ່ານ ເລມິນຮວານ ຮອງປະທານສະພາແຫ່ງຊາດ ຫວຽດນາມ ປາດຖະໜາວ່າ WB ຈະສືບຕໍ່ໜູນຊ່ວຍບັນດາປະເທດພວມພັດທະນາ ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງຢ່າງມີປະສິດທິຜົນ.

  ກ່ຽວກັບການຮ່ວມມືໃນໄລຍະທີ່ຈະມາເຖິງ, ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ສືບຕໍ່ຍູ້ໄວ ແລະ ປະຕິບັດການຫັນຂອບຮ່ວມມືຍຸດທະສາດລະຫວ່າງ WB ແລະ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.

  ສ່ວນທ່ານນາງ ປາດຖະໜາວ່າ ການຮ່ວມມືລະຫວ່າງຫວ່າງ WB ແລະ ຫວຽດນາມ ຈະນັບມື້ນັບບັນລຸປະສິດທິຜົນ, ບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ ພ້ອມທັງຢັ້ງຢືນວ່າ WB ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ດ້ານຜູ້ຊ່ຽວຊານ, ຄົ້ນຄວ້າໃຫ້ຄຳປຶກສານະໂຍບາຍ, ໜູນຊ່ວຍພັດທະນາຄວາມສາມາດ…

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top