ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ຈະດຳເນີນຢູ່ຟີລິບປິນ ແຕ່ວັນທີ 7 – 8 ພຶດສະພາຈະມາເຖິງ, ຄາດວ່າຈະນຳບັນດາການກຳນົດທິດຍຸດທະສາດສຳຄັນໃນໄລຍະພັດທະນາໃໝ່ຂອງ ອາຊຽນ. ຕາມທ່ານນາງ ໂຕທິງອກເຮືອງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນແລ້ວ, ເລື່ອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນຄັ້ງທີ 48, ເປັນຄັ້ງທຳອິດໃນຖານະຕຳແໜ່ງເປັນຜູ້ນຳໜ້າລັດຖະບານ, ຈະປະກອບສ່ວນແທດຈິງໃຫ້ແກ່ການຮັບມືຂອງພາກພື້ນກັບບັນດາການຜັນຜວມດ້ານພູມີສາດການເມືອງ, ບັນຫາວິກິດການດ້ານພະລັງງານ, ສະບຽງອາຫານ ແລະ ກຳລັງດັນການແກ່ງແຍ້ງກັນລະຫວ່າງບັນດາປະເທດໃຫຍ່, ໃນນັ້ນມີບັນດາຂໍ້ລິເລີ່ມລະອຽດຄືຂອບການຮັບມືຂອງ ອາຊຽນ ຕໍ່ບັນດາຜົນກະທົບຈາກສະພາບການຢູ່ພາກພື້ນຕາເວັນອອກກາງ.







