• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເດັດ​ຂາດ​ບໍ່​ປະ​ໃຫ້​ພະ​ຍາດ Covid – 19 ​ລະ​ບາດຮອບ 2

ຫ້ອງວ່າການລັດຖະບານຫວຽດນາມ ຫາກໍ່ປະກາດ ບົດສະຫຼຸບ ຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມຫວ່າງແລ້ວນີ້ ຂອງຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ພາບປະກອບ: ກະຊວງສາທາລະນະສຸກ 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ກຳລັງທີ່ມີໜ້າທີ່ຮັບຜິດຊອບສືບຕໍ່ປະຕິບັດຍຸດທະສາດປ້ອງກັນ, ສະກັດກັ້ນໂລກລະບາດ ທີ່ໄດ້ວາງອອກ, ຮັກສາໝາກຜົນສຳຄັນກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ທີ່ບັນລຸໄດ້ໃນໄລຍະທີ່ຜ່ານມາ, ສືບຕໍ່ຍົກສູງສະຕິລະວັງຕົວ, ບໍ່ປະໃຫ້ເກີດຂໍ້ຜິດພາດບົກຜ່ອງ ເປັນຕົ້ນແມ່ນເພື່ອການພັດທະນາເສດຖະກິດ - ສັງຄົມແລ້ວລຸຫຼັ່ງປີດປະຕູ, ລະເລີຍຕໍ່ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ, ເດັດຂາດບໍ່ໃຫ້ເກີດການແຜ່ລະບາດຮອບ 2 ຢູ່ຫວຽດນາມ. ບັນດາອົງການສື່ມວນຊົນ, ສຳນັກຂ່າວສານ, ໜັງສືພິມສືບຕໍ່ລົງຂ່າວ, ໂຄສະນາກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນເພື່ອໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top