• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຂົ້າ​ຮ່ວມ​ສະ​ພາ​ບໍ​ລິ​ຫານ​ງານ​ຊຸດ​ທີ 214 ຂອງ UNESCO

ໃນລະຫວ່າງວັນທີ 4 – 5 ເມສາ, ຢູ່ນະຄອນຫຼວງ ປາຣີ, ໄດ້ດຳເນີນກອງປະຊຸມຄົບຄະນະຂອງສະພາບໍລິຫານງານຊຸດທີ 214 ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ດ້ວຍການເຂົ້າຮ່ວມຂອງ 58 ປະເທດສະມາຊິກ.

ໃນລະຫວ່າງວັນທີ 4 – 5 ເມສາ, ຢູ່ນະຄອນຫຼວງ ປາຣີ, ໄດ້ດຳເນີນກອງປະຊຸມຄົບຄະນະຂອງສະພາບໍລິຫານງານຊຸດທີ 214 ຂອງອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ດ້ວຍການເຂົ້າຮ່ວມຂອງ 58 ປະເທດສະມາຊິກ.

    

ທ່ານ ຟ້າມກວາງຮ້ຽວ ຫົວໜ້າຄະນະຜູ້ແທນ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານ ຟ້າມກວາງຮ້ຽວ ຫົວໜ້າຄະນະຜູ້ແທນ ຫວຽດນາມ, ຮອງລັດຖະມົນຕີການຕ່າງປະເທດ ໄດ້ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືການຮ່ວມມືຫຼາຍຝ່າຍເວົ້າລວມ ແລະ ບົດບາດ UNESCO ເວົ້າສະເພາະ ເປັນສຳຄັນ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງ UNESCO ໃນຖານະເປັນສະມາຊິກສະພາບໍລິຫານ ອາຍຸການ 2021 – 2025 ໃຫ້ຫຼາຍກວ່າອີກ.

    ເນື່ອງໃນໂອກາດນີ້, ທ່ານ ຟ້າມກວາງຮ້ຽວ ໄດ້ມີການພົບປະກັບທ່ານປະທານສະມັດຊາໃຫຍ່ UNESCO ແລະ ຫົວໜ້າຄະນະຜູ້ແທນບັນດາປະເທດເພື່ອຊຸກຍູ້ການຮ່ວມມືຫຼາຍຝ່າຍ; ພົບປະກັບທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ UNESCO, ເຮັດວຽກກັບຮອງຜູ້ອຳນວຍການໃຫຍ່ UNESCO, ປະທານຄະນະກຳມະການລະຫວ່າງລັດຖະບານ ສົນທິສັນຍາ 2003… ເພື່ອແລກປ່ຽນກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ ເພື່ອແນໃສ່ປະຕິບັດບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຫວຽດນາມ ແລະ UNESCO ໄລຍະ 2021 – 2025.

    ກອງປະຊຸມສະພາບໍລິຫານງານຈະແກ່ຍາວຮອດວັນທີ 13 ເມສາ 2022 ຈຶ່ງອັດລົງ, ຈະສຸມໃສ່ປຶກສາຫາລື ກ່ຽວກັບການເຄື່ອນໄຫວຂອງ UNESCO ໃນບັນດາຂົງເຂດວິຊາສະເພາະກວ່າ 50 ຫົວຂໍ້.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top