ງານວາງສະແດງປ້ອງກັນຊາດ ອາຊີ DSA 2026 ໄດ້ດຳເນີນແຕ່ວັນທີ 20 – 23 ເມສາ, ໂດຍມີການເຂົ້າຮ່ວມຂອງກອງທັບ 60 ປະເທດ, ໃນນັ້ນ ມີ 38 ປະເທດເຂົ້າຮ່ວມງານວາງສະແດງ ແລະ ບໍລິສັດ, ກຸ່ມບໍລິສັດອຸດສາຫະກຳປ້ອງກັນຊາດປະມານ 1.400 ແຫ່ງຂອງ ໂລກ.
ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມງານວາງສະແດງປ້ອງກັນຊາດ ອາຊີ ແລະ ຄວາມໝັ້ນຄົງແຫ່ງຊາດ ອາຊີ (DSA) ຄັ້ງທີ 19 ຢູ່ ມາເລເຊຍ, ຕອນບ່າຍວັນທີ 20 ເມສາ, ທ່ານພົນໂທ ຫງວຽນເຈື່ອງຖັງ ໄດ້ພົບປະກັບທ່ານ Adly Bin Zahari ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ. ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບຮອບດ້ານ, ແທດຈິງ, ລົງນາມໃນບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານສອງປະເທດກ່ຽວກັບການປະຕິບັດກົດໝາຍ ແລະ ຊອກຫາຜູ້ປະສົບເຄາະຮ້າຍຢູ່ທະເລໂດຍໄວ; ຂໍ້ຕົກລົງສ້າງຕັ້ງກົນໄກລາດຕະເວນຮ່ວມຢູ່ທະເລ ແລະ ຊ່ອງທາງຕິດຕໍ່ພົວພັນລະຫວ່າງກອງທັບເຮືອສອງປະເທດ, ສົມທົບກັນແລກປ່ຽນຂໍ້ມູນຂ່າວສານ, ປະຕິບັດກົດໝາຍ, ຊ່ວຍເຫຼືອກ່ຳປັ່ນຫາປາ ແລະ ຊາວປະມົງຂອງກັນທີ່ປະສົບເຫດຮ້າຍຢູ່ທະເລ, ກໍຄືມີການປະພຶດມະນຸດສະທຳສຳລັບກ່ຳປັ່ນຫາປາ ແລະ ຊາວປະມົງ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ, ກົນໄກຫຼາຍຝ່າຍ.









