ໃນລະຫວ່າງວັນທີ 7 – 10 ຕຸລາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ, ອາເມລິກາ, ຄະນະກຳມະການນິຕິກຳ (ຄະນະກຳມະການເລກທີ 6) ຂອງ ສະມັດຊາໃຫຍ່ ສປຊ ຊຸດທີ 80 ໄດ້ຈັດວາລະປຶກສາຫາລືຄົບຄະນະ ພາຍໃຕ້ຫົວຂໍ້ “ອຳນາດກົດໝາຍຢູ່ລະດັບຊາດ ແລະ ສາກົນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ສປຊ ຄົບຮອບ 80 ປີ”. ວາລະປຶກສາຫາລືໄດ້ດຶງດູດການເຂົ້າຮ່ວມ, ປະກອບຄຳເຫັນຈາກເກືອບທຸກປະເທດສະມາຊິກ ແລະ ປະເທດສັງເກດການ.
ເຂົ້າຮ່ວມວາລະປຶກສາຫລື, ທ່ານເອກອັກຄະລັດຖະທູດ ໂດະຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ເລື່ອງຍົກສູງ, ເຊີດຊູ ແລະ ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ ແມ່ນກົກຂອງສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງທົ່ວໂລກ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ເປັນເຈົ້າການເຂົ້າຮ່ວມບັນດາອົງການ ແລະ ບັນດາວິວັດທະນາການນິຕິກຳສາກົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການເຈລະຈາສ້າງເອກະສານສຳຄັນສະບັບຕ່າງໆ.