• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍມະນຸດສະທຳໃຫ້ ຊີ​ຣີ

ໃນວັນທີ 16 ມິຖຸນາ, ທ່ານ Geir Pedersen ທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ກ່ຽວກັບ ຊີຣີ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບຄວາມຫຍຸ້ງຍາກຂອງປະຊາຊົນ ຊີຣີ ນັບຫຼາຍລ້ານຄົນທີ່ກອງປະຊຸມທາງອອນລາຍປະຈຳເດືອນກ່ຽວກັບສະພາບການ ຊີຣີ ຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ. 

ກອງປະຊຸມທາງອອນລາຍປະຈຳເດືອນກ່ຽວກັບສະພາບການ ຊີຣີ ຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ (ພາບ: TTXVN) 

ທ່ານ Pedersen ໃຫ້ຮູ້ວ່າ ສະພາບການຄວາມໝັ້ນຄົງຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຊີຣີ ສືບຕໍ່ມີສະຖຽນລະພາບພໍສົມຄວນພາຍຫຼັງຂໍ້ຕົກລົງຢຸດຍິງລະຫວ່າງ ລັດເຊຍ ແລະ ຕວກກີ, ແຕ່ຍັງມີສິ່ງທ້າທາຍໃດໜຶ່ງ.

ກໍ່ທີ່ກອງປະຊຸມທາງອອນລາຍ, ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຕອບສະໜອງຄຳຮຽກຮ້ອງຢຸດຍິງຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ທູດພິເສດ, ຮັກສາສະພາບການຢູ່ ຊີຣີ ໃຫ້ມີຄວາມໝັ້ນຄົງມີສະຖຽນລະພາບເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການປຶກສາຫາລື, ຊອກຫາມາດຕະການດ້ານການເມືອງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top