• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງ ສະ​ມາ​ຊິກ​​ລັດ​ຖະສະ​ພາ​ສອງ​ປະ​ເທດ

ຕອນເຊົ້າວັນທີ 19 ພຶດສະພາ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ໄດ້ມີການຕ້ອນຮັບທ່ານ ບຸ່ຍວັນເກື່ອງ ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຫວຽດນາມ - ອາຊຽນ ທີ່ໄດ້ເຂົ້າຢ້ຽມຂ່ຳນັບ.

ຕອນເຊົ້າວັນທີ 19 ພຶດສະພາ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ໄດ້ມີການຕ້ອນຮັບທ່ານ ບຸ່ຍວັນເກື່ອງ ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ຫວຽດນາມ, ປະທານກຸ່ມສະມາຊິກລັດຖະສະພາ ມິດຕະພາບ ຫວຽດນາມ - ອາຊຽນ ທີ່ໄດ້ເຂົ້າຢ້ຽມຂ່ຳນັບ.

   

ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ຕ້ອນຮັບທ່ານ ບຸ່ຍວັນເກື່ອງ ເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການ ສະພາແຫ່ງຊາດ ຫວຽດນາມ

ທີ່ການຕ້ອນຮັບ, ທ່ານບຸ່ຍວັນເກື່ອງ ເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ສິງກະໂປ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ. ທ່ານຫວັງວ່າ ທ່ານປະທານສະພາແຫ່ງຊາດ ສິງກະໂປ Tan Chuan – Jin ຈະເອົາໃຈໃສ່ຊຸກຍູ້ການເພີ່ມທະວີການພົວພັນແລກປ່ຽນລະຫວ່າງສະມາຊິກລັດຖະສະພາສອງປະເທດ; ຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນປະສົບການໃນການປະຕິບັດບົດບາດໜ້າທີ່ຂອງສະພາແຫ່ງຊາດ, ຄະນະເລຂາທິການສະພາແຫ່ງຊາດສອງປະເທດ; ສະໜັບສະໜູນກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດສືບຕໍ່ເສີມຂະຫຍາຍບົດບາດສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ສິງກະໂປ ໃຫ້ນັບມື້ນັບພັດທະນາ. ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ.

        ສ່ວນທ່ານປະທານສະພາແຫ່ງຊາດສິງກະໂປ Tan Chuan – Jin ຢາກຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນສະມາຊິກລັດຖະສະພາສອງປະເທດໃຫ້ຫຼາຍກວ່າອີກ, ເພື່ອປະກອບສ່ວນຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດເວົ້າສະເພາະ ກໍຄື ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະເທດ ຫວຽດນາມ - ສິງກະໂປ ເວົ້າລວມ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top