ຕອນເຊົ້າວັນທີ 10 ຕຸລາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ໂອ້ລົມສົນທະນາກັບທ່ານ Tan See Leng ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຮັບຜິດຊອບດ້ານພະລັງງານ ແລະ ວິທະຍາສາດ - ເຕັກໂນໂລຢີ ສິງກະໂປ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ກ່ຽວກັບການເຊື່ອມຕໍ່ເສດຖະກິດ ຫວຽດນາມ - ສິງກະໂປ ຄັ້ງທີ 19 ຖືກຈັດຂຶ້ນຢູ່ ຫວຽດນາມ .
ໃນການໂອ້ລົມສົນທະນາ, ລັດຖະມົນຕີສອງທ່ານໄດ້ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂົງເຂດຮ່ວມມືຈຸດສຸມ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ອຸດສາຫະກຳ, ການຄ້າ ແລະ ວິທະຍາສາດເຕັກໂນໂລຢີ. ສອງຝ່າຍກໍເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ອຸດສາຫະກຳເອເລັກໂຕນິກ, ທາດເຄິ່ງຊັກນຳໄຟຟ້າ, ພະລັງງານ, ເສດຖະກິດດີຈີຕອນ, ນະວັດຕະກຳ…
9 ເດືອນຕົ້ນປີ 2025, ວົງເງິນການຄ້ານຳເຂົ້າສົ່ງອອກລະຫວ່າງ ຫວຽດນາມ ແລະ ສິງກະໂປ ບັນລຸ 8,8 ຕື້ USD. ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປຍັງ ສິງກະໂປ ບັນລຸ 4,34 ຕື້ USD, ເພີ່ມຂຶ້ນ 9,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.