ກອງປະຊຸມສຳມະນາປະກອບທຸລະກິດ Halal 2026 ດ້ວຍຫົວຂໍ້ “ສິງກະໂປ, ຫວຽດນາມ ແລະ ຍິ່ງໄປກວ່ານັ້ນ: ພ້ອມກັນສ້າງລະບົບມູນຄ່າ Halal ໃນພາກພື້ນ”, ໄດ້ດຳເນີນໃນວັນທີ 27 ມິຖຸນາ ຢູ່ ສິງກະໂປ. ເຫດການໂດຍຫ້ອງການການຄ້າ ຫວຽດນາມ ປະຈຳ ສິງກະໂປ ປະສານສົມທົບກັບທະນາຄານ Maybank ແລະ ອົງການ Dawn Horizon ຈັດຂຶ້ນ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າອົງການຄຸ້ມຄອງ, ອົງການຢັ້ງຢືນ, ອົງການການເງິນ ແລະ ວິສາຫະກິດໃນພາກພື້ນເປັນຈຳນວນຫຼາຍ.
ກ່າວຄຳເຫັນໄຂ, ທ່ານ ເຈິ່ນເຟືອງແອັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ໃຫ້ຮູ້ວ່າ ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ສິງກະໂປ ພວມພັດທະນາຢ່າງແຮງ, ດ້ວຍຍອດວົງເງິນການຄ້າສອງຝ່າຍໃນປີ 2025 ບັນລຸເກືອບ 40 ຕື້ SDG (ປະມານ 30,9 ຕື້ USD), ໃນຂະນະທີ່ ສິງກະໂປ ສືບຕໍ່ແມ່ນນັກລົງທຶນໂດຍກົງຈາກຕ່າງປະເທດຫຼາຍທີ່ສຸດຢູ່ ຫວຽດນາມ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ພື້ນຖານເສດຖະກິດ Halal ພວມເປີດສະຖານທີ່ຮ່ວມມືໃໝ່, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດອຸດົມສົມບູນກວ່າອີກ.
ຕາມທ່ານເອກອັກຄະລັດຖະທູດ ເຈິ່ນເຟືອກແອັງ ແລ້ວ, ຫວຽດນາມ ໄດ້ກຳນົດການພັດທະນາຂະແໜງ Halal ແມ່ນໂອກາດຍຸດທະສາດເພື່ອຫັນຕະຫຼາດສົ່ງອອກເປັນຫຼາຍຮູບຫຼາຍແບບ ແລະ ຍົກສູງຄວາມສາມາດຮັບມືຂອງລະບົບສະໜອງ. ກອງປະຊຸມສຳມະນາບໍ່ພຽງແຕ່ເປີດໂອກາດເຊື່ອມຕໍ່ລະຫວ່າງວິສາຫະກິດ ຫວຽດນາມ ແລະ ສິງກະໂປ ເທົ່ານັ້ນ ຫາກຍັງ ປະກອບສ່ວນຊຸກຍູ້ການຮ່ວມມືໃນ ອາຊຽນ ເພື່ອສ້າງລະບົບຄຸນຄ່າ Halal ແບບຍືນຍົງອີກດ້ວຍ.






