ຂ່າວສານ
ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດສຶກສາບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ
ເນື່ອງໃນໂອກາດນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ໄປຢ້ຽມຢາມລາວ ຢ່າງເປັນທາງການ, ເຂົ້າຮ່ວມການພົບປະປະຈຳປີລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ແລະ ການຝືກຊ້ອມກອບກູ້ໄພພິບັດຮ່ວມ ລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຢູ່ລາວ, ຕອນບ່າຍວັນທີ 14 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນເອກ ຟານວັນຢາງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ທີ່ການຕ້ອນຮັບ, ທ່ານ ຟານວັນຢາງ ໄດ້ແຈ້ງໃຫ້ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຮັບຊາບກ່ຽວກັບໝາກຜົນຂອງການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ໃນໄລຍະຜ່ານມາ, ກໍ່ຄືໝາກຜົນຂອງການໂອ້ລົມເຈລະຈາ ກັບທ່ານ ພົນໂທ ຄຳລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ທ່ານ ຟານວັນຢາງ ເຊື່ອໝັ້ນວ່າ ການພົບປະປະຈຳປີລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ແລະ ການຝືກຊ້ອມກອບກູ້ໄພພິບັດຮ່ວມ ລະຫວ່າງກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ຈະສືບຕໍ່ເຮັດໃຫ້ການພົວພັນສາມັກຄີ, ຄວາມສະໜິດຕິດພັນ ລະຫວ່າງສາມປະເທດ ເວົ້າລວມ, ກອງທັບສາມປະເທດ ເວົ້າສະເພາະ ເລິກເຊິ່ງຂຶ້ນຕື່ມ; ທ່ານປາດຖະໜາວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ການຮ່ວມມື ດ້ວຍປ້ອງກັນຊາດສອງຝ່າຍ ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.