• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢື້ຢາມຖາມຂ່າວ ມຽນ​ມາ ທີ່​ປະ​ສົບໄພທຳມະຊາດ, ເຮັດ​ໃຫ້ມີຜູ້​ໄດ້​ຮັບ​ບາດ​ເຈັບ ແລະ ​ເສຍ​ຊີ​ວິດ​ເປັນ​ຈຳ​ນວນຫຼາຍ

ໂດຍໄດ້ຮູ້ຂ່າວວ່າຝົນຕົກນໜັກຫຼາຍມື້ເກີດມີດົນເຊາະເຈື່ອນຢູ່ເຂດບໍ່ແຮ່ຂຸດຄົ້ນເພັດພອຍຢູ່ລັດ Kachin, ທາງພາກເໜືອ ມຽນມາ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດເປັນຈຳນວນຫຼາຍ, ໃນວັນທີ 02 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວ ເຖິງທ່ານນາງ Daw Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ. 

ໜ່ວຍກູ້ໄພສົ່ງຊົບ ຜູ້ປະສົບເຄາະຮ້າຍ (ພາບ: MFSD/baoquocte.vn)

ກໍ່ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ກໍ່ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວ ເຖິງທ່ານ  U Kyaw Tin ລັດຖະມົນຕີກະຊວງການຮ່ວມມືສາກົນແຫ່ງລັດ ມຽນມາ.

ໃນໂທລະເລກຢື້ຢາມຖາມຂ່າວ, ການນຳຂອງ ຫວຽດນາມ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງເຖິງການນຳ ມຽນມາ ຕໍ່ການລົ້ົ້ມຫາຍຕາຍຈາກ ຍ້ອນໄພພິບັດກໍ່ຂຶ້ນ; ພ້ອມທັງສະແດງນ້ຳໃຈສາມັກຄີ, ກຽມພ້ອມແບ່ງປັນຄວາມຫຍຸ້ງຍາກຂອງປະຊາຊົນ ຫວຽດນາມ ຕໍ່ກັບປະຊາຊົນ ມຽນມາ ແລະ ເຊື່ອໝັ້ນວ່າ ມຽນມາ ຈະແກ້ ໄຂຜົນຮ້າຍດັ່ງກ່າວໄດ້ຢ່າງໄວວາ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top