• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມີຫຼາຍ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ພັດ​ທະ​ນາ​ຂົງ​ເຂດ​ປັນ​ຍາ​ປະ​ດິດ

ວັນ​ທີ 05 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ຫ້ອງ​ວ່າການ​ສູນ​ກາງ​ພັກ, ທ​່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ ​ທ່ານ Eric Schmidt ອະ​ດີດ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Google, ພ້ອມ​ກັບ​ຄະ​ນະ​ນັກ​ຊ່ຽວ​ຊ​ານ​ປັນ​ຍາ​ປະ​ດິດ​ທີ່​ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.
  ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ (ພາບ: TTXVN)  

ທີ່​ການ​ຕ້ອນ​ຮັບ, ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ​ ພວມ​ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຖື​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການຫັນ​ເປັນ​ດີ​ຈີ​ຕອນ ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ເພື່ອ​ຍົກ​ສູງ​ກຳ​ລັງ​ແກ້ງ​ແຍ້ງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ຍືນ​ຍົງ, ມຸ່ງ​ໄປ​ເຖິງ​ເປົ້າໝາຍກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ, ມີ​ລາຍ​ຮັບ​ສູງ​ໃນ​ປີ 2045. ຍ້ອນ​ແນວ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ ທ່ານ Eric Schmidt ແລະ ບັນ​ດາ​ນັກ​ຊ່ຽວ​ຊານ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ສ້າງວິ​ໄສ​ທັດ, ນະ​ໂຍ​ບາຍ ແລະ ລະ​ບົບ​ຊີ​ວະ​ພາບ​ພັດ​ທະ​ນາ​ປັນ​ຍາ​ປະ​ດິດ; ເຊື່ອມ​ຕໍ່​ບັນ​ດາ​ແຫຼ່ງ​ກຳ​ລັງ​ສາ​ກົນ, ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ, ກອງ​ທຶນ​ລົງ​ທຶນ, ສະ​ຖາ​ບັນ​ຄົ້ນ​ຄວ້າ ແລະ ນັກ​ຊ່ຽວ​ຊານ​ແຖວ​ໜ້າ​ໂລກ ເພື່ອ​ແນ​ໃສ່​ໜູນ​ຊ່ວຍ ຫວຽດ​ນາມ ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ, ວິ​ສາ​ຫະ​ກິດ​ເຕັກ​ໂນ​ໂລ​ຢີ ແລະ ກຳ​ລັງ​ນະ​ວັດ​ຕະ​ກຳ.

ສ່ວນ​ທ່ານ Eric Schmidt ໄດ້​ແຈ້ງ​ໃຫ້​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮັບ​ຊາບ​ກ່ຽວ​ກັບ​ບັນ​ດາ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ກ່ຽວ​ກັບ​ປັນ​ຍາ​ປະ​ດິດ ທີ່​ພວມ​ຜັນ​ຂະ​ຫຍາຍ​ຢູ່ ຫວຽດ​ນາມ, ທ່ານ Eric Schmidt ຢັ້ງ​ຢືນ​ວ່າ ບັນ​ດາ​ນັກ​ຊ່ຽວ​ຊານ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ຊຸກ​ຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ປັນ​ຍາ​ປະ​ດິດ ແລະ ຍົກ​ສູງ​ກຳ​ລັງ​ນະ​ວັດ​ຕະ​ກຳ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ວຽກ​ງານ​ຜູ້​ອາ​ຍຸ​ສູງ, ຕ້ອງ​ໄດ້​ຮັບ​ຮູ້​ດ້ວຍ​ຈິນ​ຕະ​ນາ​ການ​ໃໝ່​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ວຽກ​ງານ​ຜູ້​ອາ​ຍຸ​ສູງ, ຕ້ອງ​ໄດ້​ຮັບ​ຮູ້​ດ້ວຍ​ຈິນ​ຕະ​ນາ​ການ​ໃໝ່​ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່

ຕອນ​ບ່າຍ​ວັນ​ທີ 05 ມິ​ຖຸ​ນາ, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ຜູ້​ອາ​ຍຸ​ສູງ​ 85 ທ່ານ ທີ່ດີ​ເດັ່ນ​ທົ່ວ​ປະ​ເທດ ໃນ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ ໄລ​ຍະ 2021 – 2026.

Top