• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ລາ​ວ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ AIPA ຄັ້ງ​ທີ 45

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 4 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.
  ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ເຂົ້າຢ້ຽມຂ່ຳນັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ (ພາບ: VOV)  

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ແຈ້ງໝາກຜົນການພົບປະເຈລະຈາລະຫວ່າງຄະນະຜູ້ແທນສະພາແຫ່ງຊາດສອງປະເທດກໍ່ຄືຜົນສຳເລັດຂອງກອງປະຊຸມສຳມະນາດວິທະຍາສາດ ກ່ຽວກັບການປັບປຸງ, ເພີ່ມເຕີມລັດຖະທຳມະນູນ ທີ່ໄດ້ດຳເນີນກອ່ນນັ້ນ. ທ່ານເນັ້ນໜັກວ່າ ການປັບປຸງລັດຖະທຳມະນູນແມ່ນວຽກງານສຳຄັນຂອງແຕ່ລະປະເທດ, ພາຍຫຼັງການປັບປຸງແຕ່ລະຄັ້ງ, ເສດຖະກິດ - ສັງຄົມລ້ວນແຕ່ມີການພັດທະນາ.  ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນປະສົບການ, ຕ້ອນຮັບຄະນະປະຕິບັດງານຂອງ ສະພາແຫ່ງຊາດລາວໄປຊອກຮູ້ກ່ຽວກັບການປັບປຸງລັດຖະທຳມະນູນ, ທ່ານຫວັງວ່າ ພາຍຫຼັງປັບປຸງລັດຖະທຳມະນູນ, ເສດຖະກິດ ລາວ ຈະມີການພັດທະນາຢ່າງກະໂດດຂັ້ນ.

ໂດຍຕີລາຄາສູງການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນຄັ້ງນີ້ຂອງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຢັ້ງຢືນວ່າ ບົດຮຽນປະສົບການ ຂອງຫວຽດນາມ ໃນການປັບປຸງລັດຖະທຳມະນຸນຈະໄດ້ນຳໃຊ້ເພື່ອຊ່ວຍວຽກງານປັບປຸງລັດຖະທຳມະນູນປີ 2015 ຂອງລາວ ດ້ວຍເນື້ອໃນທີ່ຄົບຖ້ວນ ແລະ ເຂັ້ມງວດກ່ວາ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top