• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ທັດ​ສະ​ນະ,ຫ​ລັກ​ໝັ້ນ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ, ເພື່ອ​ໂລກແຫ່ງຍຸ​ຕິ​ທຳ, ເປີດກວ້າງ, ວັດ​ທະ​ນາ​ຖາ​ວອນ ແລະ ສະ​ຫງົບ​ສຸກ

ຫວຽດນາມ ຍາມໃດກໍສະໜັບສະໜູນຂອບເຂດການຮ່ວມມືໃນພາກພື້ນ ແລະ ຫຼາຍຝ່າຍ ບົນພື້ນຖານຂອງຂໍ້ກຳນົດກົດໝາຍ, ປະກອບສ່ວນສ້າງສັນຕິພາບ, ການຮ່ວມມື ແລະ ພັດທະນາ. ຫວຽດນາມ ພວມມານະພະຍາຍາມປະກອບສ່ວນເຂົ້າໃນທັດສະນະ, ຫລັກໝັ້ນຂອງບັນດາປະເທດພັດທະນາເພື່ອໂລກແຫ່ງຍຸຕິທຳ, ເປີດກວ້າງ, ວັດທະນາຖາວອນ ແລະ ສະຫງົບສຸກ.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດແບບທາງໄກ (ພາບ: TTXVN)  

ວັນທີ 12 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດແບບທາງໄກ “ທັດສະນະ, ຫລັກໝັ້ນຂອງບັນດາປະເທດພວມພັດທະນາ”, ພວມດຳເນີນຢູ່ ອິນເດຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

ໃນສະພາບເກີດວິກິດການຫຼາຍຢ່າງ, ມີສິ່ງທ້າທາຍຫຼາຍຢ່າງ ແລະ ຫັນປ່ຽນໃນຫຼາຍຂົງເຂດ, ພວກເຮົາຍິ່ງຕ້ອງຮ່ວມແຮງຮ່ວມໃຈປັບປຸງ, ເພີ່ມທະວີບັນດາປັດໄຈພື້ນຖານຂອງທົ່ວໂລກກ່ຽວກັບສັນຕິພາບ ແລະ ພັດທະນາຢ່າງວັດທະນາຖາວອນ. ທີໜຶ່ງແມ່ນຕ້ອງສາມັກຄີ, ການຮ່ວມມືສາກົນ ແລະ ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໃຫ້ພັດທະນາ. ທີສອງແມ່ນຊຸກຍູ້ດ້ານການຄ້າ ແລະ ການລົງທຶນສາກົນ ແມ່ນກຳລັງໜູນເຕີບໂຕເສດຖະກິດແບບຍືນຍົງ, ກວມລວມ ດ້ວຍການຖືປະຊາຊົນເປັນໃຈກາງ ແລະ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ”.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນຂອບເຂດການຮ່ວມມືໃນພາກພື້ນ ແລະ ຫຼາຍຝ່າຍ ບົນພື້ນຖານຂອງຂໍ້ກຳນົດກົດໝາຍ, ປະກອບສ່ວນສ້າງສັນຕິພາບ, ການຮ່ວມມື ແລະ ພັດທະນາ. ຫວຽດນາມ ພວມມານະພະຍາຍາມປະກອບສ່ວນເຂົ້າໃນທັດສະນະ, ຫລັກໝັ້ນຂອງບັນດາປະເທດພວມພັດທະນາ, ເພື່ອໂລກແຫ່ງຍຸຕິທຳ, ເປີດກວ້າງ, ວັດທະນາຖາວອນ ແລະ ສະຫງົບສຸກ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top