• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປາ​ດ​ຖະ​ໜາ​ຢາກ​ຮ່ວມ​ມື​ກັບ​ບັນ​ດາ​ວິ​ສາ​ຫ​ະ​ກິດ ອາ​ເມ​ລິ​ກາ ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ, ຄຸ້ມ​ຄອງ ແລະ ນະ​ວັດ​ຕະ​ກຳ

ຄະນະນະໂຍບາຍ, ຍຸດທະສາດສູນກາງປາດຖະໜາວ່າບັນດາຄູ່ຮ່ວມມືສາກົນສືບຕໍ່ຮ່ວມເດີນທາງ, ແບ່ງປັນບົດຮຽນປະສົບການ ແລະ ປະກອບຄຳເຫັນ ໃນວິວັດການເປັນເສນາທິການໃຫ້ແກ່ພັກ ແລະ ລັດກ່ຽວກັບການກຳນົດທິດບັນດານະໂຍບາຍໃຫຍ່
ທ່ານ ຫງວຽນແທັງງິ ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ຫວຽດນາມ ແລະ ທ່ານ Daniel J. Kritenbrink ກຳມະການສະພາຄຸ້ມຄອງກຸ່ມບໍລິສັດ The Asia Group (ພາບ: TTXVN)

ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນໃນການຕ້ອນຮັບທ່ານ Daniel J. Kritenbrink ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ, ກຳມະການສະພາຄຸ້ມຄອງກຸ່ມບໍລິສັດ The Asia Group (TAG), ທ່ານ ຫງວຽນແທັງງິ ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງເນັ້ນໜັກວ່າ ຫວຽດນາມ ສະແດງຄວາມຊົມເຊີຍ ແລະ ປາດຖະໜາວ່າບັນດາວິສາຫະກິດ ອາເມລິກາ ດ້ວຍທ່າແຮງດ້ານເຕັກໂນໂລຢີ, ການຄຸ້ມຄອງ ແລະ ນະວັດຕະກຳຈະສືບຕໍ່ເປີດກວ້າງການລົງທຶນຢູ່ ຫວຽດນາມ.

ທ່ານ ຫງວຽນແທັງງິ ຊີ້ແຈ້ງວ່າ ຄະນະນະໂຍບາຍ, ຍຸດທະສາດສູນກາງປາດຖະໜາວ່າບັນດາຄູ່ຮ່ວມມືສາກົນສືບຕໍ່ຮ່ວມເດີນທາງ, ແບ່ງປັນບົດຮຽນປະສົບການ ແລະ ປະກອບຄຳເຫັນ ໃນວິວັດການເປັນເສນາທິການໃຫ້ແກ່ພັກ ແລະ ລັດກ່ຽວກັບການກຳນົດທິດບັນດານະໂຍບາຍໃຫຍ່, ສະເໜີປັບປຸງລະບອບລະບຽບການໃຫ້ສົມບູນແບບເພື່ອສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ນັບມື້ນັບສະດວກ, ມີລັກສະນະແກ່ງແຍ້ງ ແລະ ສ້າງຄວາມດຶງດູດແຖວໜ້າໃນພາກພື້ນ.

ສ່ວນທ່ານ Daniel J. Kritenbrink ຊີ້ແຈ້ງວ່າ TAG ຮັບຮູ້ແຈ້ງບົດບາດເປັນຂົວເຊື່ອມຕໍ່ບັນດາວິສາຫະກິດອາເມລິກາ ໃນວິວັດການລົງທຶນເຂົ້າ ຫວຽດນາມ; ຢັ້ງຢືນວ່າ ຫວຽດນາມ ແມ່ນສະພາບແວດລ້ອມທີ່ດຶງດູດການລົງທຶນດ້ວຍກຳລັງແຮງງານອຸດົມສົມບູນ ແລະ ສະພາບການເມືອງໝັ້ນທ່ຽງ, ດັ່ງນັ້ນທ່ານຫວັງວ່ານັບມື້ນັບຈະມີຫຼາຍວິສາຫະກິດ ອາເມລິກາມາລົງທຶນຢູ່ ຫວຽດນາມ.

່(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ປະ​ດັດຫຼຽນ​ໄຊວິ​ລະ​ກຳ , ຫຼຽນ​ກາ​ພັກ ໃຫ້​ແກ່​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ປະ​ດັດຫຼຽນ​ໄຊວິ​ລະ​ກຳ , ຫຼຽນ​ກາ​ພັກ ໃຫ້​ແກ່​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ທ່ານ ໂຕເລິມ ເລຂາທິການໃຫຍ່ປາດຖະໜາວ່າບັນດາການນຳທີ່ໄດ້ຮັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາພັກ ດ້ວຍພູມປັນຍາ, ຄຸນນະທາດ, ອິດທິພົນຊື່ສຽງ ສືບຕໍ່ຕິດຕາມ, ປະກອບຄຳເຫັນ, ຄວາມໄວ້ເນື້ອເຊື່ອໃຈ, ບົດຮຽນປະສົບການຕື່ມອີກໃຫ້ແກ່ຄົນລຸ້ນຫຼັງ.

Top