ນີ້ແມ່ນການຢັ້ງຢືນຂອງວົງການນັກຊ່ຽວຊານ ອິນໂດເນເຊຍ ກ່ຽວກັບເສັນ້ທາງ 30 ປີແຫ່ງການຫວຽດນາມ ເຂົ້າຮ່ວມ ອາຊຽນ. ຕາມທ່ານນາງ Dinna Prapto Raharja ແລ້ວ, ນັກຊ່ຽວຊານຄົ້ນຄ້ວາຂຶ້ນກັບສະຖາບັນຄົ້ນຄ້ວານະໂຍບາຍ Synergy ຂອງ ອິນໂດເນເຊຍແລ້ວ, ເລື່ອງ ຫວຽດນາມ ເຂົ້າຮ່ວມ ອາຊຽນ ເມື່ອປີ 1995 ໄດ້ປັບປຸງຖານະພູມີສາດການເມືອງຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ຕໍ່ການປະຕິບັດການປະຕິຮູບ, ອາດສາມາດແມ່ນຮູບແບບໃນອາຊຽນ.
ໃນຂະນະນັ້ນ, ທ່ານ Beni Sukadis ຜູ້ປະສານງານຂັ້ນສູງຂອງ ສະຖາບັນຄົ້ນຄ້ວາການປ້ອງກັນຊາດ ແລະ ຍຸດທະສາດ ອິນໂດເນເຊຍ(Lesperssi) ຖືວ່າ ຫວຽດນາມ ດ້ວຍຄວາມໄວໃນການພັດທະນາ ແລະ ນະໂຍບາຍເສດຖະກິດໄດ້, ປະກອບສ່ວນຊຸກຍູ້ອາຊຽນ ກາຍເປັນຕະຫຼາດເຊື່ອມໂຍງກ່ວາ, ພິເສດໃນການປະເສີນໜ້າກັບຕະຫຼາດເສລີໃນອາຊຽນ.
ວົງການນັກຊ່ຽວຊານ ອິນໂດເນເຊຍ ໃຫ້ຂໍ້ສັງເກດວ່າ ຮອດປີ 2045, ຫວຽດນາມ ຈະກາຍເປັນໜຶ່ງໃນບັນດາກຳລັງໜູນຊຸກຍູ້ ອາຊຽນຮັກສາບົດບາດເປັນໃຈກາງໃນໂຄງປະກອບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ສືບຕໍ່ປະກອບສ່ວນໃຫ້ແກ່ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອມໂຍງ ແລະ ຖືປະຊາຊົນເປັນໃຈກາງ.