ຂ່າວສານ
ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງບັນດາປະເທດ ອາຊຽນ
ວັນທີ 7 ມິຖຸນາ, ກອງປະຊຸມຜູ້ບັນຊາການປ້ອງກັນຊາດບັນດາປະເທດ ອາຊຽນ ຄັ້ງທີ 20 (ACDFM-20), ໄດ້ໄຂຂຶ້ນຢູ່ບາລີ, ປະເທດ ອິນໂດເນເຊຍ. ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານ ພົນໂທ ຫງວຽນເຕິນເກືອງ, ຫົວໜ້າເສນາທິການກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງຕ້ອງສືບຕໍ່ເນັ້ນໜັ້ກເຖິງຄຳໝັ້ນສັນຍາໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ, ພ້ອມທັງເພີ່ມທະວີການສ້າງຄວາມເຊື່ອໝັ້ນ, ປະຕິບັດຖະແຫຼງການຂອງບັນດາຝ່າຍກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຈະສິ້ນສຸດການເຈລະຈາ, ເຊັນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັນກົດໝາຍສາກົນ ໂດຍໄວ. ສິ່ງນີ້ຈະສືບຕໍ່ຢັ້ງຢືນບັນດາຄຳໝັ້ນສັນຍາ, ຄວາມຮັບຜິດຊອບຂອງບັນດາກຳລັງປ້ອງກັນຊາດເພື່ອສັນຕິພາບ, ວັດທະນາຖາວອນ ແລະ ຄວາມໝັ້ນຄົງລວມຂອງພາກພື້ນ.