• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ນອນ​ໃນ Top ສະ​ຖານ​ທີ່​ລົງ​ທຶນ 5 ແຫ່ງ​ໃນ​ການ​ລົງ​ທຶນ​ອະ​ສັງ​ຫາ​ລິ​ມະ​ຊັບ ຂອງວົງ​ການ​ມະ​ຫາເສດ​ຖີ ສິງ​ກະ​ໂປ

ຕາມບໍລິສັດນີ້ແລ້ວ, ໜຶ່ງໃນບັນດາປັດໄຈສ້າງຄວາມດຶງດູດໃຈຂອງອະສັງຫາລິມະຊັບ ຫວຽດນາມ ແມ່ນລາຄາອາພາເມັນເໝາະສົມີກ່ວາເມື່ອທຽບໃສ່ກັບບັນດາຕົວເມືອງອື່ນ.
  ພາບປະກອບ: ກວຽນເຈິ່ນ  

ພ້ອມກັບອົດສະຕາລີ, ອິນເດຍ, ຮົ່ງກົງ (ຈີນ) ແລະ ຈີນ, ຫວຽດນາມ ແມ່ນໜຶ່ງໃນ ສະຖານທີ່ລົງທຶນ 5 ແຫ່ງ ໃນການລົງທຶນອະສັງຫາລິມະຊັບຂອງວົງການມະຫາເສດຖີສິງກະໂປ. ຕາມບົດລາຍງານ The Wealth Report 2023  ຂອງບໍລິສັດນາຍໜ້າອະສັງຫາລິມະຊັບ Knight Frank ໃຫ້ຮູ້ວ່າ ຫວຽດນາມ ຢືນຢູ່ອັນດັບທີ 5 ໃນຈຳນວນ 5 ສະຖານທີ່ລົງທຶນ ໃນການລົງທຶນອະສັງຫາລິມະຊັບ ທີ່ໄດ້ຮັບຄວາມນິຍົມຊົມຊອບຈາກວົງມະຫາການເສດຖິສິງກະໂປ. ຕາມບໍລິສັດນີ້ແລ້ວ, ໜຶ່ງໃນບັນດາປັດໄຈສ້າງຄວາມດຶງດູດໃຈຂອງອະສັງຫາລິມະຊັບ ຫວຽດນາມ ແມ່ນລາຄາອາພາເມັນເໝາະສົມີກ່ວາເມື່ອທຽບໃສ່ກັບບັນດາຕົວເມືອງອື່ນ. ລະອຽດແມ່ນ, ນະຄອນໂຮ່ຈີມິນຢືນຢູ່ອັນດັບທີ 3 ກ່ຽວກັບລາຄາຂອງ ອາພາເມັນ, ຖັດຈາກ Sao Paulo (ບຣາຊິນ) ແລະ Cape Town (ອາບຟຼິກກາໃຕ້). ສິງກະໂປແມ່ນປະເທດຢືນຢູ່ດັນອັບທີ 2 ໃນຈຳນວນ 140 ປະເທດ ແລະ ເຂດແຄ້ວນທີ່ເຂົ້າມາລົງທຶນຢູ່ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

Top