• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຖອດ​ຖອນ​​ບົດ​ຮຽນປະ​ສົບ​ການ ຈາກ​ສະ​ວິດ​ກ່ຽວ​ກັບ​ການ​ສ້າງ, ຄຸ້ມ​ຄອງນຳ​ສູນ​ການ​ເງິນ​ສາ​ກົນ

ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນປາດຖະໜາຢາກບັນດາອົງການ, ນັກຊ່ຽວຊານສະວິດແບ່ງປັນ ແລະ ສະເໜີແນະ ຫວຽດນາມ ກ່ຽວກັບການສ້າງ, ຄຸ້ມຄອງ, ນຳສູນການເງິນສາກົນ ຫວຽດນາມເຂົ້າເຄື່ອນໄຫວ.
      ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ (ພາບ: VOV)  

ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ນະຄອນ Geneva, ປະເທດສະວິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ “ສ້າງ ແລະ ນຳສູນການເງິນສາກົນເຂົ້າເຄື່ອນໄຫວ - ການແນະນຳໃຫ້ແກ່ ຫວຽດນາມ”. ກ່າວຄຳເຫັນໄຂການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນປາດຖະໜາຢາກບັນດາອົງການ, ນັກຊ່ຽວຊານສະວິດແບ່ງປັນ ແລະ ສະເໜີແນະ ຫວຽດນາມ ກ່ຽວກັບການສ້າງ, ຄຸ້ມຄອງ, ນຳສູນການເງິນສາກົນ ຫວຽດນາມເຂົ້າເຄື່ອນໄຫວ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ໃນກອງປະຊຸມຄັ້ງທີ 9 ຜ່ານມາ, ສະພາແຫ່ງຊາດ ໄດ້ປະກາດໃຊ້ມະຕິວ່າດ້ວຍການສ້າງສູນການເງິນສາກົນ ຢູ່ນະຄອນ ໂຮ່ຈີມິນ ແລະ ສາຂາໜຶ່ງຢູ່ ນະຄອນດ່ານັ້ງ. ເປົ້າໝາຍຂອງການໂອ້ລົມສົນທະນາມື້ນີ້ແມ່ນຖອດຖອນບົດຮຽນຈາກສະວິດກ່ຽວກັບການຄຸ້ມຄອງເຄື່ອນໄຫວສູນການເງິນຂອງພວກເພື່ອນ ໃຫ້ເປັນຢ່າງດີ ແລະ ມີປະສິດທິຜົນ, ປາດຖະໜາຢາກໃຫ້ພວກເພື່ອນແບ່ງປັນກັບ ຫວຽດນາມເພື່ອພັດທະນາ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ວິ​ສາ​ຫະ​ກິດ ຫວຽດ​ ຍູ້​ແຮງ​ການ​ເຊື່ອມ​ຕໍ່, ຊອກ​ຫາ​ໂອ​ກາດ​ຢູ່​ຕະຫຼາດ​ເຕັກ​ໂນ​ໂລ​ຢີ ອິນ​ເດຍ

ງານວາງສະແດງ IndiaSoft Expo 2026 ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ອິນເດຍ ຈັດຂຶ້ນຢູ່ນະຄອນຫຼວງ New Delhi, ອິນເດຍ, ແຕ່ວັນທີ 23 – 25 ມີນາ.

Top