ເວທີປາໄສລັດຖະສະພາຮ່ວມມືຝລັ່ງໂກໂຟນີ ກ່ຽວກັບກະສິກຳແບບຍືນຍົງ, ການຄ້ຳປະກັນດ້ານສະບຽງອາຫານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງເພື່ອແນໃສ່ຜັນຂະຫຍາຍຄຳໝັ້ນສັນຍາຂອງ ຫວຽດນາມກ່ຽວກັບການຊຸກຍູ້ລັດທິຫຼາຍຝ່າຍຢ່າງລະອຽດເພື່ອແກ້ໄຂບັນດາບັນຫາລະດັບພາກພື້ນ ແລະ ທົ່ວໂລກ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ຊຸກຍູ້ນະວັດຕະກຳ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ຂອງບັນດາປະເທດໃນປະຊາຄົມຝລັ່ງໂກໂຟນີ.
ບັນດາຜົນງານທີ່ເປັນໜ້າຮັບຮູ້
ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ກຳນົດກະສິກຳ ແລະ ທ່າໄດ້ປຽບແຫ່ງຊາດ, ແມ່ນເສົາຄ້ຳຂອງພື້ນຖານເສດຖະກິດ. ປີ 2024, ຍອດວົງເງິນການສົ່ງອອກນຳເຂົ້າຮັບຮູ້ຢູ່ລະດັບສະຖິຕິແມ່ນ 786 ຕື້ USD, ໃນນັ້ນມີເງິນກ່ວາ 62 ຕື້ USD ມາຈາກຂະແໜງກະສິກຳ. ຢູ່ກອງປະຊຸມສະຫຼຸບຂະແໜງກະສິກຳ ປີ 2024, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ:
ບົດບາດ, ທີ່ຕັ້ງຂອງກະສິກຳນັບມື້ນັບໄດ້ຮັບການຢັ້ງຢືນ. ພັກ, ລັດ ໄດ້ຮັບຮູ້ ແລະ ຕີລາຄາສູງການປະກອບສ່ວນຂອງຂະແໜງກະສິກຳ ໃນຜົນງານລວມຂອງທົ່ວປະເທດ.
ໃນປີ 2024, ຫວຽດນາມ ໄດ້ຜັນຂະຫຍາຍແຜນຮ່າງ “ພັດທະນາແບບຍືນຍົງເນື້ອທີ່ນາ 1 ລ້ານເຮັກຕາທີີ່ມີຄຸນນະພາບພາບ, ມີການປ່ອຍອາຍພິດຕ່ຳຕິດພັນກັບການເຕີບໂຕສີຂຽວຢູ່ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຈົດຮອດປີ 2030”. ນີ້ແມ່ນແຜນຮ່າງທຳອິດໃນໂລກກ່ຽວກັບການຜະລິດເຂົ້າສານທີ່ມີຄຸນນະພາບສູງໃນເນື້ອທີ 1 ລ້ານເຮັກຕາ, ມີການປ່ອຍອາຍພິດຢູ່ລະດັບລັດຖະບານ, ທີ່ໄດ້ຮັບຄວາມເອົາໃຈໃສ່ຈາກບັນດາຄູ່ຮ່ວມມືສາກົນ. ທ່ານເຈືອງແກງຕວຽນ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ ເຮົາຢາງເຊິ່ງແມ່ນ 1 ໃນບັນດາທ້ອງຖິ່ນຜັນຂະຫຍາຍແຜນຮ່າງໃຫ້ຮູ້ວ່າ:
ແຜນຮ່າງນີ້ບໍ່ພຽງແຕ່ນຳຜົນປະໂຫຍດມາໃຫ້ຊາວກະສິກອນປູກເຂົ້າໂດຍກົງເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນເປົ້າໝາຍຫຼຸດຜ່ອນຜົນກະທົບທີ່ບໍດີຈາກການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ຍົກສູງມູນຄ່າລະບົບສະໜອງແບບຍືນຍົງອີກດ້ວຍ. ພວກຂ້າພະເຈົ້າໄດ້ວາງເປົ້າໝາຍຈົນຮອດປີ 2025 ຜັນຂະຫຍາຍປະຕິບັດແຜນຮ່າງໃນເນື້ອທີ 128.000 ເຮັກຕາສຸມໃສ່ເນື້ອທີ່ທີ່ໄດ້ຮັບການຜັນຂະຫຍາຍໂຄງການຫັນປ່ຽນກະສິກຳແບບຍືນຍົງ (VnSAT)ແລ້ວ.
ໃນຂະນະນັ້ນ, ສຳລັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດໃນໂລກໃຫ້ຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດລົງລະດັບ 0 ໃນປີ 2050. ຫວຽດນາມ ພວມເດີນຕາມຍຸດທະສາດການເຕີບໂຕສີຂຽວ. ລັດຖະບານໄດ້ວາງອອກບັນດານະໂຍບາຍ ແລະ ຍຸດທະສາດຢ່າງຈະແຈ້ງ. ຕາມໝາກຜົນຂອງການສຳຫຼວດຫວ່າງແລ້ວນີ້ໂດຍ Gallup ບໍລິສັດວິເຄາະ ແລະ ໃຫ້ຄຳປຶກສາແຖວໜ້າຂອງຫວຽດນາມ ປະຕິບັດ, ຫວຽດນາມຢືນຢູ່ດັບອັບທີ 2 ໃນໂລກກ່ຽວກັບຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ຕາມນັ້ນແລ້ວ, ອັດຕາຄອບຄົວພ້ອມແລ້ວທີ່ຈະຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງ ຫວຽດນາມ ບັນລຸ 83%, ສູງກວ່າຫຼາຍເມື່ອທຽບໃສ່ກັບດັດຊະນີສະເລ່ຍໃນໂລກແມ່ນ 35%. ຕາມ Gallup ແລ້ວ, ຄວາມພ້ອມນີ້ມາຈາກເລື່ອງ ຫວຽດນາມນອນຢູ່ໃນພາກພື້ນເກີດໄພທຳມະຊາດເປັນປະຈຳ, ມີລະດັບຟື້ນຟູສູງ ແລະ ມີການລົງທຶນເຂົ້າໃນການຄຸ້ມຄອງຄວາມສ່ຽງຈາກໄພທຳມະຊາດ. ເພາະສະນັ້ນ, ຫວຽດນາມ ອາດຈະກາຍເປັນແບບຢ່າງທີ່ດີໃຫ້ແກ່ບັນດາປະເທດມີຄວາມສ່ຽງຕໍ່ການປ່ຽນແປງຂອງດິນຟ້າອາກາດ.
ຫວຽດນາມ ຢັ້ງຢືນບັນດາຄຳໝັ້ນສັນຍາກ່ຽວກັບການພັດທະນາແບບຍືນຍົງ
ກະສິກຳແບບຍືນຍົງ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແມ່ນບັນຫາຮ້ອນເຮັງ ແລະ ແມ່ນສິ່ງທ້າທາຍທົ່ວໂລກ. ນີ້ກໍ່ແມ່ນຄວາມສົນໃຈແຖວໜ້າຂອງປະຊາຄົມຝລັ່ງໂກໂຟນີ ກໍ່ຄືບັນດາປະເທດສະມາຊິກຂອງ ປະຊາຄົມ, ໃນນັ້ນມີ ຫວຽດນາມ.
ໂດຍສືບຕໍ່ບັນດາຜົນສຳເລັດຂອງບັນດາການເຄື່ອນໄຫວຫຼາຍຝ່າຍອົງການລະຫວ່າງລັດຖະສະພາຂັ້ນສູງ ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຫວ່າງແລ້ວນີ້. ເວທີປາໄສລັດຖະສະພາຮ່ວມມືຝລັ່ງໂກໂຟນີ ກ່ຽວກັບກະສິກຳແບບຍືນຍົງ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດຄັ້ງນີ້ສະແດງໃຫ້ເຫັນບຸລິມະສິດ, ຄວາມເອົາໃຈໃສ່ ແລະ ການເຂົ້າຮ່ວມຂອງ ຫວຽດນາມ ຕໍ່ບັນດາບັນຫາລວມຂອງພາກພື້ນ ແລະ ທົ່ວໂລກ, ຄວາມສາມັກຄີ, ການຮ່ວມເດີນທາງເພື່ອການພັດທະນາຂອງປະຊາຄົມຝລັ່ງໂກໂຟນີ ແລະ ບັນດາປະເທດສະມາຊິກ.
ຢູ່ເວທີປາໄສ, ທ່ານປະທານສະພາແຫງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືຝລັ່ງໂກໂຟນີ ຜ່ານການສົ່ງເສີມ, ສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມືກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຊຸກຍູ້ເສດຖະກິດດີຈີຕອນ, ເລີ່ມຕົ້ນ Startup, ຊຸກຍູ້ຄູ່ຮ່ວມມືພາກລັດ - ເອກະຊົນ…
ບົນຈິດໃຈນັ້ນ, ສະພາແຫ່ງຊາດ ຫວຽດນາມ ໄດ້ຈັດເວທີປາໄສນີ້ເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງບັນດາປະເທດໃນປະຊາຄົມ ຝລັ່ງໂກໂຟນີເພື່ອສ້າງພື້ນຖານກະສິກຳແບບຍືນຍົງ, ຮັບປະກັນການຫາເງິນລ້ຽງຊີບໃຫ້ແກ່ແຕ່ລະຄອບຄົວ ແລະ ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫາດ ໃຫ້ແກ່ແຕ່ລະຄອບຄົວ, ໄປຄຽງຄູ່ກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ. ດ້ວຍບົດບາດໜ້າທີ່ ຈາກຕຳແໜ່ງຂອງອົງການນິຕິກຳ, ບັນດາລັດຖະສະພາ ແລະ ສ່ວນບຸກຄົນສະມາຊິກລັດຖະສະພາສວມບົດບາດສຳຄັນທີ່ສຸດເພື່ອຊຸກຍູ້ ແລະ ຕິດຕາມການປະຕິບັດເປົ້າໝາຍນີ້.
ເວທີປາໄສກໍ່ສະແດງຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມໃນການສວມບົດບາດທີ່ຕັ້ງໜ້າໃນການຊຸກຍູ້ການຮ່ວມມືຝລັ່ງໂກໂຟນີ ກ່ຽວກັບບັນດາບັນຫາສຳຄັນທີ່ກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ, ລວມມີການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາກະສິກຳແບບຍືນຍົງ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.