ວັນທີ 23 ມິຖຸນາ, ຢູ່ສຳນັກງານ ສປຊ ຢູ່ ນິວຢອກ, ກອງປະຊຸມບັນດາສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ຄັ້ງທີ 35 (SPLOS 35) ໄດ້ໄຂຂຶ້ນ, ດ້ວຍການເຂົ້າຮ່ວມຂອງ 170 ປະເທດສະມາຊິກ, ບັນດາປະເທດສັງເກດການ, ຫົວໜ້າບັນດາອົງການໄດ້ຮັບການສ້າງຕັ້ງຕາມສົນທິສັນຍາ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ. ໃນພິທີໄຂ, ບັນດາປະເທດສະມາຊິກຂອງສົນທິສັນຍາ ໄດ້ເຫັນດີເຫັນພ້ອມເລືອກຕັ້ງ ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ດຳລົງບົດບາດ ປະທານ SPLOS 35.
ຕາມທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີຜູ້ປະກຳການກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ເລື່ອງເປັນຄັ້ງທຳອິດທີ່ ຫວຽດນາມ ດຳລົງບົດບາດປະທານກອງປະຊຸມປະຈຳປີທີ່ມີຄວາມສຳຄັນທີ່ສຸດກ່ຽວກັບການປະຕິບັດສົນທິສັນຍາ UNCLOS ແມ່ນມີຄວາມໝາຍຢ່າງໃຫຍ່ຫຼວງ, ສ່ອງແສງໃຫ້ເຫັນຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈສູງຂອງບັນດາປະເທດທີ່ມີຕໍ່ຄວາມສາມາດບໍລິຫານ, ນຳພາຂອງ ຫວຽດນາມ ໃນວິວັດທະນາການ ແລະ ກົນໄກຫຼາຍຝ່າຍໃນຂອບເຂດ ສປຊ, ພ້ອມທັງກໍຊີ້ໃຫ້ເຫັນຄວາມຮັບຮູ້, ການຕີລາຄາສູງຂອງປະຊາຄົມສາກົນ ກ່ຽວກັບບົດບາດ, ການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນຄວາມມານະພະຍາຍາມລວມ ຊຸກຍູ້ການປະຕິບັດສົນທິສັນຍາ ແລະ ການຄຸ້ມຄອງມະຫາສະໝຸດທົ່ວໂລກ.