• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊົມ​ເຊີຍ​ການ​ຮ່ວມ​ມື​ກັບ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ແຖວ​ໜ້າ​ຂ​ອງ ອິນ​ເດຍ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ, ຕອນ​ບ່າຍ​ວັນ​ທີ 7 ພຶດ​ສະ​ພາ​ຢູ່​ຄະ​ນະ​ຄອນ Mumbai, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ໃຫຍ່​ຂອງ ອິນ​ເດຍ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຕ້ອນ​ຮັບທ່ານ​ປະ​ທານ ​ກຸ່ມ​ບໍ​ລິ​ສັດນ້ຳ​ມັນ​ອາຍ​ແກັດແຫ່ງ​ຊາດ ອິນ​ເດຍ Arun Kumar Singh. (ພາບ: TTXVN)  

ໃນ​ການ​ຕ້ອນ​ຮັບ​ການ​ນຳ​ກຸ່​ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກັດ​ແຫ່ງ​ຊາດ ອິນ​ເດຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ຕີ​ລາ​ຄ​າ​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ທີ່​ມີ​ປະ​ສົບ​ການ ແລະ ມີ​ກຳ​ລັງ​ຄວາມ​ສາ​ມາດ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຢູ່​ບັນ​ດາ​ເຂດ​ທີ່​ມີ​ພູມ​ສັນ​ຖານ​ສັບ​ສົນ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກັດຢູ່ ຫວຽດ​ນາມ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢັ້ງ​ຢືນ​ວ່າ, ຫວຽດ​ນາມ ວາງ​ເປົ້າ​ໝາຍ​ສຸມ​ໃສ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານແຫ່ງ​ຊາດ, ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ ກຸ​່ມ​ບໍ​ລິ​ສັດ​ນີ້​ຈະ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ຂົງ​ເຂດ​ສຳຫຼວດ ແລະ ຂຸດ​ຄົ້ນ​ນ້ຳ​ມັນ​ອາຍ​ແກັດ ແລະ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ ແລະ ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ກ່ຽວ​ຂ້ອງ.

ກໍ​ໃນ​ຕອນ​ບ່າຍ​ວັນ​ທີ 07 ພຶດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ​ໄດ້​ຕ້ອນ​ຮັບ​ການ​ນຳ​ກຸ່​ມ​ບໍ​ລິ​ສັດ Larsen&Toubro, ການ​ນຳ​ກຸ່​ມ​ບໍ​ລິ​ສັດ Adani ແລະ ທ່ານ Jishnu Dev Varma ຜູ້​ວ່າ​ການ​ລັດ Maharashtra. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຸດ​ທ້າຍ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ປະ​ທານ​ປະ​ເທດ ໂຕ​ເລິມ ໃນ​ຂອບ​ເຂ​ດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ອິນ​ເດຍ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top