• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊຸກ​ຍູ້​ ທົ່ວ​ໂລກ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງອິນ​ເຕີ​ເນັດ

ຫວຽດ​ນາມ ຢັ້ງ​ຢືນ​ວ່າ​ການ​​ລົງ​ນາມ​ສົນ​ທິ​ສັນ​ຍາ​ຢູ່ ຮ່າ​ໂນ້ຍ​ໃນ​ເດືອນ​ຕຸ​ລາ 2025 ແມ່ນ​ຂີດ​ໝາຍ​ສຳ​ຄັນ​​ຕໍ່​ການ​ຮ່ວ​ມ​ມື​ສາ​ກົນ ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ António Guterres ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ​ກອງ​ປະ​ຊຸມ​ຂັ້ນ​ສູງ​ເປີດ​ການ​ລົງ​ນາມ​ສົນ​ທິ​ສັນ​ຍາ​ຮ່າ​ໂນ້ຍ (ພາບ: TTXVN)  

ວັນ​ທີ 1 ມິ​ຖຸ​ນາ, ໃນ​ຂອບ​ເຂດກອງ​ປະ​ຊຸມ​ຄັ້ງ​ທີ 35 ຂອງ ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ ແລະ ຍຸ​ຕິ​ທຳ​ທາງ​ອາ​ຍາ (CCPCJ 35)ທີ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ວຽນ​ນາ (ໂອ​ຕາ​ລິດ), ຫວຽດ​ນາມ​ໄດ້​ປະ​ສານ​ສົມ​ທົບ​ກັບ​ຫ້ອງວ່າ​ການ​ສປ​ຊ ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ຢາ​ເ​ສບ​ຕິດ ແລະ ອາດ​ຊະ​ຍາ​ກຳ (UNODC) ຈັດ​ຕັ້ງ​ການ​ໂອ້​ລົມ​ສົນ​ທະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ຈາກ​ຮ່າ​ໂນ້ຍ​ ​ເຖິງ​ການ​ເຂົ້າ​ຮ່ວມ​ທົ່ວ​ໂລກ: ຊຸກ​ຍູ້​ການ​ລົງ​ນາມ ແລະ ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ ສ​ປ​ຊ​ ກ່ຽວ​ກັບ​ການ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ”.

ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ ຈູ​ຕວັນ​ດຶກ, ຮອງ​ຫົວ​ໜ້າ​ກົມ​ກົດ​ໝາຍ ແລະ ສົນ​ທິ​ສັນ​ຍາ​ສາ​ກົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢັ້ງ​ຢືນ​ວ່າ​ການ​​ລົງ​ນາມ​ສົນ​ທິ​ສັນ​ຍາ​ຢູ່ ຮ່າ​ໂນ້ຍ​ໃນ​ເດືອນ​ຕຸ​ລາ 2025 ແມ່ນ​ຂີດ​ໝາຍ​ສຳ​ຄັນ​​ຕໍ່​ການ​ຮ່ວ​ມ​ມື​ສາ​ກົນ ໃນ​ຂົງ​ເຂດ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ.

ຜູ້​ຕາງ​ໜ້າ UNODC ໄດ້​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວ​ນ​ຢ່າ​ງ​ຕັ້ງ​ໜ້າ​ຂອງ ຫວຍດ​ນາມ ໃນ​ຕະຫຼອດ​ວິ​ວັດ​ແຫ່ງ​ການ​ສ້າງ​ສົນ​ທິ​ສັນ​ຍາ, ນັບ​ແຕ່​ການ​ເຈ​ລະ​ຈາ, ການຂົນ​ຂວາຍ​ຮັບ​ຮອງ​ເອົາ​ເອ​ກະ​ສານ​ຕະຫຼອດ​ຮອດ​ການ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ພິ​ທີ​ເຊັນ​ສົນ​ທິ​ສັນ​ຍາ​ສຳ​ເລັດ ຢູ່​ຮ່າ​ໂນ້ຍ​ໃນ​ປີ 2025 ແລະ ສຳ​ເລັດ​ລະ​ບຽບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ໃນ​ປີ 2026 ໂດຍ​ໄວ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ຫວຽດ​ນາມ - ຍີ່​ປຸ່ນ​ບັນ​ລຸ​ໝາກ​ຜົນ​ທີ່​ແທ້​ຈິງຫຼາ​ຍ​ຢ່າງ

ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ຫວຽດ​ນາມ - ຍີ່​ປຸ່ນ​ບັນ​ລຸ​ໝາກ​ຜົນ​ທີ່​ແທ້​ຈິງຫຼາ​ຍ​ຢ່າງ

ທ່ານ​ພົນ​ເອກ ຫງວຽນ​ເຕິນ​ເກືອງ ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຕໍ່​ລັດ​ຖະ​ບານ ຍີ່​ປຸ່ນ​ທີ່​ໄດ້​ຕັ້ງ​ໜ້າ​ໜູນ​ຊ່ວຍ ຫວຽດ​ນາມ​ໃນ​ການ​ຮ່ວມ​ມື​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງ​ຄາມ​ຜ່ານ​ການ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ວິ​ໄຈ​ວິ​ເຄາະ ດີ​ໂອ​ຊິນ ແລະ ສິ່ງ​ແວດ​ລ້ອມ

Top