• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ​ຊົມ​ເຊີຍຫຼັກໝັ້ນຂອງບັນດາ​ປະ​ເທດ​ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ສອດ​ຄ່ອງ​ກັບກົດ​ໝາຍສາກົນ

ຫວຽດນາມ ຊົມເຊີຍຫຼັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະ ແບ່ງປັນທັດສະນະ, ຄືໄດ້ຍົກອອກໃນຖະແຫຼງການໃນກອງປະຊຸມສຸດຍອດ ອາຊຽນ 36 ວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແມ່ນຂອບເຂດນິຕິກໍາດັດປັບການເຄື່ອນໄຫວທຸກຢ່າງຢູ່ທະເລ ແລະ ມະຫາສະໝຸດ.

ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ 

ວັນທີ 15 ກໍລະກົດ, ໂດຍກ່ຽວຂ້ອງເຖິງຄໍາຖະແຫຼງຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ກ່ຽວກັບຫຼັກໝັ້ນຂອງ ອາເມລິກາ ສໍາລັບບັນດາຄໍາຮຽກທວງສິດຢູ່ທະເລຕາເວັນອອກ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ຊີ້ແຈ້ງວ່າ:

        ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ທະເລຕາເວັນອອກ ແມ່ນຄວາມໄຝຝັນ ແລະ ເປົ້າໝາຍລວມຂອງບັນດາປະເທດຢູ່ທະເລຕາເວັນອອກ, ພາກພື້ນ ແລະ ປະຊາຄົມສາກົນ. ເລື່ອງເຄົາລົບຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກໍາຢູ່ທະເລ ແລະ ປະຕິບັດສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢ່າງຄົບຖ້ວນ, ດ້ວຍເຈດຕະນາດີ ແລະ ມີຄວາມຮັບຜິດຊອບ ແມ່ນມີຄວາມໝາຍສໍາຄັນເພື່ອບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ.

    ຫວຽດນາມ ຊົມເຊີຍຫຼັກໝັ້ນຂອງບັນດາປະເທດກ່ຽວກັບບັນຫາທະເລຕາເວັນອອກ ແມ່ນສອດຄ່ອງກັບກົດໝາຍສາກົນ ແລະ ແບ່ງປັນທັດສະນະ, ຄືໄດ້ຍົກອອກໃນຖະແຫຼງການໃນກອງປະຊຸມສຸດຍອດ ອາຊຽນ 36 ວ່າ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແມ່ນຂອບເຂດນິຕິກໍາດັດປັບການເຄື່ອນໄຫວທຸກຢ່າງຢູ່ທະເລ ແລະ ມະຫາສະໝຸດ.

     ຫວຽດນາມ ປາດຖະໜາວ່າ ບັນດາປະເທດ ຈະມານະພະຍາຍາມປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ຢູ່ທະເລຕາເວັນອອກ ແລະ ແກ້ໄຂບັນດາການຂັດແຍ້ງກັນ ຜ່ານການເຈລະຈາ ພ້ອມກັບບັນດາມາດຕະການອື່ນໂດຍສັນຕິວິທີ ຕາມກົດໝາຍສາກົນ ເພື່ອຜົນປະໂຫຍດລວມ, ເໝາະສົມກັບຄວາມໄຝຝັນຂອງບັນດາປະເທດໃນພາກພື້ນ ແລະ ປະຊາຄົມສາກົນ. ຫວຽດນາມ ຍາມໃດກໍປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບເຂົ້າໃນຂະບວນວິວັດດັ່ງກ່າວ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top