• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມໃຫ້ຄໍາໝັ້ນສັນຍາຮ່ວມມືຜັນຂະຫຍາຍບັນດາບຸລິມະສິດຂອງອາຊຽນໃນການກໍ່ສ້າງປະຊາຄົມອາຊຽນ

      ວັນທີ 6 ສິງຫາ, ຢູ່ສໍານັກງານຄະນະເລຂານຸການອາຊຽນຢູ່ນະຄອນ ຈາກາຕາ, ປະເທດອິນໂດເນເຊຍ, ທ່ານເຈີ່ນດຶກບິງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈໍາອາຊຽນ, ໄດ້ຍື່ນສະເໜີສານແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອາຊຽນ  Dato Lim Jock Hoi.

ທ່ານເຈີ່ນດຶກບິງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມປະຈໍາອາຊຽນ ຍື່ນສະເໜີສານແຕ່ງຕັ້ງຕໍ່ທ່ານເລຂາທິການໃຫຍ່ອາຊຽນ  Dato Lim Jock Hoi. (ພາບ:TTXVN)
      ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ອາຊຽນ ມີຄວາມປາດຖະໜາວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບທ່ານເອກອັກຄະລັດຖະທູດ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາອາຊຽນ ໃນວິວັດການດັ່ງກ່າວ. ທ່ານເລຂາທິການໃຫຍ່ສະແດງຄວາມພ້ອມແລ້ວ ທີ່ຈະສົມທົບ ແລະ ໜູນຊ່ວຍຫວຽດນາມ ໃນວິວັດການກະກຽມ ແລະ ຮັບດໍາລົງຕໍາແໜ່ງເປັນປະທານອາຊຽນໃນປີ 2020 ກໍຄືປະຕິບັດບັນດາເປົ້າໝາຍ, ບຸລິມະສິດ ເຊິ່ງຫວຽດນາມໄດ້ວາງອອກ ໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ຊຸກຍູ້ການຮ່ວມມືຂອງອາຊຽນໃຫ້ຂຶ້ນສູ່ລະດັບສູງໃໝ່.
        ທ່ານ ເຈີ່ນດຶກບິງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາອາຊຽນ ຢັ້ງຢືນວ່າ ຫວຽດນາມຖື ປະຊາຄົມອາຊຽນ ເປັນສໍາຄັນທີ່ສຸດ ໃນແນວທາງນະໂຍບາຍທາງການທູດ, ໃຫ້ຄໍາໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດອາຊຽນ ແລະ ຄະນະເລຂານຸການອາຊຽນ ຜັນຂະຫຍາຍບັນດາບຸລິມະສິດສູງຂອງອາຊຽນໃນການກໍ່ສ້າງປະຊາຄົມອາຊຽນ ໃຫ້ເຂັ້ມແຂງ, ເສີມຂະຫຍາຍຖານະບົດບາດຂອງອາຊຽນໃຫ້ດີກວ່າອີກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ​ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ​ທີ່​ໂປ່ງ​ໃສ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ບົນ​ພື້ນ​ຖານ​ເສ​ລີ​ພາບ, ຍຸ​ຕິ​ທຳ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ​ສອງ​ຝ່າຍ, ຫຼາຍ​ຝ່າຍ, ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ

Top