• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອົດສະຕາລີລົງນາມໃນຖະແຫລງການວິໄສທັດຮ່ວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ

ໂດຍໄດ້ຮັບຄຳເຊີນຂອງທ່ານ Christopher Pyne ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ, ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປອ້ງກັນປະເທດຫວຽດນາມ ນຳຫນ້າຄະນະຜູ້ແທນຂັ້ນສູງການທະຫານຫວຽດນາມ ໄປຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ແຕ່ວັນທີ 6-8 ພະຈິກ.


ທ່ານ Christopher Pyne ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ  ແລະ ທ່ານ ພົນເອກ  ໂງຊວນລິກ,
ລັດຖະມົນຕີກະຊວງປອ້ງກັນປະເທດຫວຽດນາມ ພ້ອມກັນລົງນາມໃນຖະແຫລງການ

ພາບ:qdnd

ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການໃນວັນທີ 8 ພະຈິກ, ລັດຖະມົນຕີທັງສອງທ່ານໄດ້ພ້ອມກັນລົງນາມໃນຖະແຫລງການວິໄສທັດຮ່ວມ ກ່ຽວກັບການຊຸກຍູ້ການພົວພັນດ້ານປອ້ງກັນຊາດ ຫວຽດນາມ - ອົດສະຕາລີ ແລະ ດຳເນີນການເຈລະຈາ.

ທີ່ການເຈລະຈາ, ສອງຝ່າຍເຫັນດີ: ໃນໄລຍະຈະມາເຖິງສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ; ແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຕົກຄ້າງຫລັງສົງຄາມ, ແລກປ່ຽນບົດຮຽນໃນການຕ້ານກໍ່ການຮ້າຍ, ແບ່ງປັນຂໍ້ມູນຂ່າວສານ ແລະ ຄວາມປອດໄພການບິນ. ທ່ານພົນເອກ ໂງຊວນລິກ ສະແດງຄວາມປາດຖະຫນາຢາກໃຫ້ ອົດສະຕາລີ ສະຫນັບສະຫນູນຫວຽດນາມ ຈັດຕັ້ງບັນດາເຫດການດ້ານປ້ອງກັນຊາດ - ການທະຫານໃນປີ 2020 ສຳເລັດຜົນ, ເມື່ອຫວຽດນາມ ຮັບຫນ້າທີ່ເປັນປະທານ ອາຊຽນ. ນອກນັ້ນ ທ່ານພົນເອກ ໂງຊວນລິກ ກໍ່ສະເຫນີ ກະຊວງປ້ອງກັນປະເທດ ອົດສະຕາລີ ສະຫນັບສະຫນູນເພື່ອຜັນຂະຫຍາຍບັນດາການເຄືື່ອນໄຫວຮ່ວມມືຕາມບົດບັນທຶກຊ່ວຍຈຳກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດຕົກຄ້າງຫລັງສົງຄາມ ຊື່ງກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ໄດ້ລົງນາມກັບໂຄງການ 504 ຂອງລັດຖະບານຫວຽດນາມ ໃນເດືອນ ມີນາປີ 2015.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top