• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອິນໂດເນເຊຍເຫັນດີສ້າງບາດກ້າວບຸກທະລຸໃຫມ່ໃນການພົວພັນສອງຝ່າຍ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປຢ້ຽມຢາມ ອິນໂດເນເຊຍ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

ພາບ:chinhphu.vn

ຕອນເຊົ້າວັນທີ 12 ຕຸລາ ຢູ່ ບາລີ ປະເທດອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ອິນໂດເນເຊຍ. ການນຳສອງທ່ານ ໄດ້ແລກປ່ຽນຄຳເຫັນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາທິດທາງ ເພື່ອແນໃສ່ເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງກວ່າ, ນຳການຮ່ວມມືຂຶ້ນສູ່ລະດັບສູງໃຫມ່ ແລະ ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ, ຄວນສ້າງບາດກ້າວບຸກທະລຸ, ນຳການຮ່ວມມືດ້ານເສດຖະກິດກາຍເປັນເສົາຄ້ຳຕົ້ນຕໍຂອງຄູ່ຮ່ວມມືຍຸດທະສາດ, ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD . ການນຳສອງທ່ານເນັ້ນຫນັກຢ່າງແຮງ ຄວນເພີ່ມທະວີການຮ່ວມມືກ່ຽວກັບບັນຫາທະເລ. ສອງຝ່າຍແບ່ງປັນວິໄສທັດ ແລະ ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື, ສົມທົບກັນໃນບັນດາເວທີປາໄສສາກົນ.

ພາຍຫລັງການເຈລະຈາ, ການນຳສອງທ່ານ ໄດ້ແຈ້ງໃຫ້ສື່ມວນຊົນສາກົນຊາບກ່ຽວກັບໝາກຜົນອັນດີງາມຂອງການເຈລະຈາ.  ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ສະແດງຄວາມປາດຖະຫນາຢາກບັນດານັກທຸລະກິດ ອິນໂດເນເຊຍ ມີຄວາມຕັ້ງຫນ້າກວ່າອີກໃນການຊອກຫາກາລະໂອກາດດຳເນີນທຸລະກິດຢູ່ຕະຫລາດຫວຽດນາມ.

ສ່ວນທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນຫນັກວ່າ: ຕໍ່ຈາກການຢ້ຽມທາງລັດຖະກິດເຖິງຫວຽດນາມຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໃນເດືອນກັນຍາຜ່ານມາ, ການຢ້ຽມຢາມ ອິນໂດເນເຊຍ ຄັ້ງນີ້ ຂອງພະນະທ່ານເອງ ແມ່ນສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ຄວາມອົບອຸ່ນສະຫນິດສະຫນົມກໍ່ຄືຄວາມຕັດສິນໃຈຂອງລັດຖະບານສອງປະເທດ, ນຳການພົວພັນຄູ່ຮ່ວມມືຍຸດທະສາດໃຫ້ພັດທະນາຢ່າງເລິກເຊິ່ງກວ່າອີກ.

        “ພວກຂ້າພະເຈົ້າເຫັນດີ ສ້າງບາດກ້າວບຸກທະລຸ ແລະ ນຳການຮ່ວມມືດ້ານເສດຖະກິດໃຫ້ກາຍເປັນເສົາຄ້ຳຕົ້ນຕໍຂອງຄູ່ຮ່ວມມືຍຸດທະສາດ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 10 ຕື້ USD ຕາມທິດມີຄວາມດຸນດ່ຽງ, ສ້າງຄວາມສະດວກກວ່າອີກໃຫ້ແກ່ບັນດາກົນໄກເຈລະຈາລະຫວ່າງວິສາຫະກິດ ກັບວິສາຫະກິດ, ລະຫວ່າງ ວິສາຫະກິດ ກັບລັດຖະບານ, ຫນູນຊ່ວຍວິສາຫະກິດຂະຫນາດກາງ ແລະ ນ້ອຍ, ແກ້ໄຂຂໍ້ຕິດຄັດເກີດຂຶ້ນຢ່າງວ່ອງໄວ.”

 

ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ: ຫວຽດນາມ ແລະ ອິນໂດເນເຊຍ ຢືນຢັນຄຳໝັ້ນສັນຍາຮ່ວມມືນຳກັນຢ່າງແຫນ້ນແຟ້ນກວ່າອີກ, ກຳແຫນ້ນບັນດາກາລະໂອກາດຮ່ວມມືພັດທະນາ, ພ້ອມກັນສືບຕໍ່ສ້າງປະຊາຄົມອາຊຽນ ສາມັກຄີ, ປ່ຽນໃຫມ່, ມີຫົວຄິດປະດິດສ້າງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສວມບົດບາດໃຈກາງໃນໂຄງສ້າງຂອງພາກພື້ນ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top