• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມງານບຸນວັດທະນະທໍາອາຊີ

ໃນລະຫວ່າງວັນທີ 27 – 28 ກໍລະກົດ ໄດ້ດໍາເນີນງານບບຸນ ຊຸມວັນທ້າຍອາທິດອາຊີ ຢູ່ນະຄອນຫຼວງ Bratislava ຂອງ ສະໂລວາກີ. ນີ້ເປັນຄັ້ງທໍາອິດ ທີ່ນະຄອນດັ່ງກ່າວ ໄດ້ສົມທົບກັບສະຖານທູດຂອງ 6 ປະເທດອາຊີ ເຊິ່ງລວມມີ ຫວຽດນາມ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ ແລະ ອິນໂດເນເຊຍ ຈັດຕັ້ງເຫດການດັ່ງກ່າວ, ເພື່ອແນໃສ່ແນະນໍາເຖິງມະຫາຊົນ ຈຸດວັດທະນະທໍາເປັນເອກະລັກສະເພາະ, ປະເທດຊາດ ແລະ ປະຊາຊົນຂອງແຕ່ລະປະເທດ.

ການສະແດງສິລະປະຂອງຄະນະຫວຽດນາມຢູ່ງານບຸນວັດທະນະທໍາອາຊີ

ເຂົ້າຮ່ວມເຫດການ, ບັນດາລາຍການສະແດງສິລະປະຂອງຄະນະຫວຽດນາມໄດ້ຮັບຄວາມສົນໃຈຕິດຕາມຮັບຊົມ ແລະ ການຕົບມືຊົມເຊີຍຂອງຜູ້ເຂົ້າຮ່ວມທັງຫຼາຍ,  ພິເສດແມ່ນບັນດາຮ້ານວາງສະແດງອາຫານຂອງຫວຽດນາມ ໄດ້ດຶງດູດແຂກຄົນທັງຫຼາຍ. ຕາມທ່ານ ເຢືອງຈ້ອງມິນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ສະໂລວາກີ ໃຫ້ຮູ້ວ່າ:

        “ຊາວ ສະໂລວາກີ ຕີລາຄາສູງອາຫານການກິນຂອງຫວຽດນາມ. ປັດຈຸບັນ ຢູ່ນະຄອນ Bratislava ມີຮ້ານອາຫານຫວຽດນາມຫຼາຍແຫ່ງ, ເຊິ່ງໄດ້ແນະນໍາບັນດາເຍື່ອງອາຫານຂອງຫວຽດນາມຄື ເຝີ, ແນມ;  ຄົນ ສະໂລວາກີ ກໍຮູ້ຈັກເຖິງຊື່ເອີ້ນຂອງບັນດາເຍື່ອງອາຫານດັ່ງກ່າວເປັນພາສາຫວຽດ ແລະ ຍັງຮູ້ຕື່ມອີກວ່າ ເຝີແມ່ນໜຶ່ງໃນ 50 ເຍື່ອງອາຫານທີ່ແຊບນົວທີ່ສຸດໃນໂລກອີກດ້ວຍ”.

        ນອກຈາກການສະແດງບັນດາລາຍການສິລະປະແລ້ວ, ຄະນະຫວຽດນາມ ຍັງຈັດຕັ້ງບັນດາການເຄື່ອນໄຫວ ເພື່ອໂຄສະນາທ່າແຮງຂອງຂະແໜງການທ່ອງທ່ຽວ ຜ່ານການແນະນໍາບັນດາທັດສະນີຍະພາບທີ່ມີຊື່ສຽງຂອງປະເທດຕົນເຖິງຊາວປະຈໍາຖິ່ນ ແລະ ແຂກທ່ອງທ່ຽວ.

 (ແຫຼ່ງຄັດຈາກ VOV)


ເຮັດ​ໃຫ້​ສາຍ​ພົວ​ພັນ​: ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ ໃຫ້​ເລິກ​ເຊິ່ງກວ່າ​ອີກ

ເຮັດ​ໃຫ້​ສາຍ​ພົວ​ພັນ​: “ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ” ໃຫ້​ເລິກ​ເຊິ່ງກວ່າ​ອີກ

ສອງປະເທດໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເຫັນດີເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ທີ່ເລິກເຊິ່ງກວ່າ, ນັ້ນແມ່ນສາຍພົວພັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”; ໂດຍຢັ້ງຢືນວ່າ “ຄວາມຜູກພັນຍຸດທະສາດ ແມ່ນພື້ນຖານຊຸກຍູ້ສາຍພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະ ແທດຈິງ ຢ່າງແຂງແຮງ.

Top