• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມຫວັງຢາກພັດທະນາການພົວພັນກັບຍີປຸ່ນຢ່າງຮອບດ້ານແລະ ແທດຈິງຍິ່ງໆຂຶ້ນ

      ວັນທີ 29/5, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກ DP
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ Edano Yukio
ສະມາຊິກສະພາຕ່ຳ, ຮອງເລຂາທິການໃຫຍ່ຜູ້ຈຳການພັກ DP
      ວັນທີ 29/5, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກ DP ຂອງຍີປຸ່ນໂດຍທ່ານ Edano Yukio ສະມາຊິກສະພາຕ່ຳ, ຮອງເລຂາທິການໃຫຍ່ຜູ້ຈຳການພັກດັ່ງກ່າວນຳໜ້າ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມແຕ່ວັນທີ 28-31/5. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ຢືນຢັນວ່າ ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນກັບຍີປຸ່ນ ແລະ ຫວັງຢາກໄດ້ພັດທະນາການພົວພັນໃຫ້ຮອບດ້ານ ແລະ ແທດຈິງກ່ວາເກົ່າ. ສ່ວນທ່ານ Edano Yukio ສະມາຊິກສະພາຕ່ຳ, ຮອງເລຂາທິການໃຫຍ່ຜູ້ຈຳການພັກ DP ຢືນຢັນວ່າ ພັກ DP ຫວັງຢາກເພີ່ມທະວີການພົວພັນກັບພັກກອມມູນິດຫວຽດນາມໃຫ້ດີຍິ່ງໆຂຶ້ນ ແລະ ຈະປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ປະເທດແບບຍືນຍົງຕາມຈິດໃຈຄູ່ຮ່ວມມືຍຸດທະສາດກ້ວາງເລິກ.
    ແລະ ກໍໃນວັນດຽວກັນ, ຄະນະຜູ້ແທນພັກ DP ໄດ້ເຂົ້າຢ້ຽມຄຳນັບທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຝ້າມມິນຈິ້ງ, ປະທານກຸ່ມ ສ.ສ.ຊ ຫວຽດນາມ-ຍີປຸ່ນ; ເຈລະຈາກັບຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຈີນດັກເລີ້ຍ. 
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top