• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສະໜັບສະໜູນທຸກໆຄວາມມານະພະຍາຍາມຊຸກຍູ້ການເຈລະຈາແລະຮັກສາສັນຕິພາບ,ສະຖຽນລະພາບຢູ່ແຫຼມເກົາຫຼີ

           ວັນທີ 30 ພຶດສະພາ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງ ສປປ.ເກົາຫຼີ ຍິງທົດລອງລູກສອນໄຟນຳວິຖີ ໃນວັນທີ 29 ພຶດສະພາ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຢືນຢັນວ່າ:
ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ 
(ພາບອີນເຕີແນັດ)
      “ຫວຽດນາມ ເອົາໃຈໃສ່ເຖິງບັນດາການຜັນແປຫວ່າງມໍ່ໆມານີ້ທີ່ກ່ຽວຂ້ອງເຖິງແຫຼມເກົາຫຼີ ແລະ ມີຄວາມວິຕົກກັງວົນທີ່ສຸດຕໍ່ເລື່ອງ ສປປ.ເກົາຫຼີ ໄດ້ຍິງລູກສອນໄຟຢ່າງຕໍ່ເນື່ອງ, ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງຮ້າຍແຮງ. ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນທຸກໆຄວາມມານະພະຍາຍາມເພື່ອຊຸກຍູ້ການເຈລະຈາ ແລະ ຮັກສາສັນຕິພາບ, ສະຖຽນລະພາບໃນແຫຼມເກົາຫຼີ
ເລື່ອງຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາວັດທະນາຖາວອນຂອງພາກພື້ນແມ່ນຜົນປະໂຫຍດ ແລະ ຄວາມຮັບຜິດຊອບລວມຂອງບັນດາປະເທດ; ສະເໜີໃຫ້ທຸກປະເທດເຄົາລົບບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ມີບັນດາການກະທຳທີ່ມີລັກສະນະສ້າງສັນ, ແທດຈິງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ໃນໂລກ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top