• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມອບຮັບສູນຈຳລອງຝຶກແອບການສູ້ຮົບໃຫ້ກະຊວງປ້ອງກັນປະເທດລາວ

      ຕອນເຊົ້າວັນທີ 20 ເມສາ, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີເປີດສະຫຼອງ ແລະ ມອບຮັບສູນຈຳລອງຝຶກແອບການສູ້ຮົບ, ເຊິ່ງເປັນຂອງຂວັນຂອງບໍລິສັດ ນຳໃຊ້ເຕັກນິກ ແລະ ຜະລິດ (Tecapro) ຈຳກັດຜູ້ດຽວ ສັງກັດກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ແກ່ກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດລາວ.

ຫວຽດນາມມອບຮັບສູນຈຳລອງຝຶກອົບຮົມການສູ້ຮົບໃຫ້ກະຊວງປ້ອງກັນປະເທດລາວ
(ພາບ: Vietnam+) 
      ທີ່ພິທີ, ທ່ານຫົວໜ້າກົມໃຫຍ່, ເຕັກນິກກອງທັບປະຊາຊົນລາວ, ພົນຈັດຕະວາ ກິລາກອນ ບຸນນະພອນ, ໄດ້ຕີລາຄາສູງກຳລັງຄວາມສາມາດຄົ້ນຄວ້າ, ນຳໃຊ້ເຕັກໂນໂລຊີສູງເຂົ້າໃນວຽກງານການຮ່ຳຮຽນ, ການຝຶກແອບກຽມພ້ອມສູ້ຮົບໃນກອງທັບ ແລະ ພັດທະນາເສດຖະກິດປະເທດຊາດຂອງບໍລິສັດ Tecapro; ເນັ້ນໜັກວ່າ ເລື່ອງຈຳລອງການຝຶກແອບສູ້ຮົບ ບໍ່ພຽງແຕ່ປະກອບສ່ວນສຳຄັນໃຫ້ແກ່ວຽກງານຝຶກແອບ, ຍົກສູງດ້ານທັກສະ, ຫຼີກລ້ຽງອຸບັດຕິເຫດໃນການຝຶກແອບ, ຊ່ວຍປະຢັດງົບປະມານເທົ່ານັ້ນ, ຫາກຍັງຊ່ວຍເພີ່ມລັກສະນະປະສິດທິຜົນ ແລະ ທັນສະໄໝໃຫ້ແກ່ກອງທັບປະຊາຊົນລາວ ອີກດ້ວຍ; ຢືນຢັນການໜູນຊ່ວຍດັ່ງກ່າວຈະແມ່ນການເລີ່ມຕົ້ນໃຫ້ແກ່ການຮ່ວມມືລະຫວ່າງບໍລິສັດ Tecapro, ກະຊວງປ້ອງກັນປະເທດຫວຽດນາມ ແລະ ກົມໃຫຍ່ເຕັກນິກ, ກະຊວງປ້ອງກັນປະເທດລາວ.
      ຕາມພົນຈັດຕະວາ ກິລາກອນ ບຸນນະພອນ ແລ້ວ, ໃນຕະຫຼອດຊຸມເດືອນປີຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊ່ວຍກະຊວງປ້ອງກັນປະເທດລາວ ໃນວຽກງານສ້າງກຳລັງ, ສ້າງພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະນາກອນມະນຸດ ຫຼາຍຢ່າງ…; ເນັ້ນໜັກວ່າ ສິ່ງດັ່ງກ່າວໄດ້ປະກອບສ່ວນສຳຄັນໃຫ້ແກ່ວຽກງານຮ່ຳຮຽນ, ການຝຶກແອບຂອງກອງທັບປະຊາຊົນລາວ ໃຫ້ນັບມື້ນັບກ້າວໜ້າ ແລະ ທັນສະໄໝ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top