• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືພັດທະນາດ້ານການຄ້າຊາຍແດນ

ຕອນເຊົ້າວັນທີ 11 ເມສາ ຢູ່ ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມຮ່ວມມືພັດທະນາດ້ານການຄ້າ ຊາຍແດນ ຫວຽດນາມ - ລາວ ຄັ້ງທີ XII ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ - ການຄ້າ ລາວ.
  ທ່ານລັດຖະມົນຕີກະຊວງອຸດສາຫະກຳ -ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ອຸດສາຫະກຳ - ການຄ້າ ລາວ ເປັນປະທານຮ່ວມກອງປະຊຸມ. (ພາບ: ສຳນັກຂ່າວສານຫວຽດນາມ)  

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຮ່ວມມືພັດທະນາດ້ານການຄ້າຊາຍແດນລະຫວ່າງສອງປະເທດຄັ້ງທີ XI ໃນປີ 2018 ມາຮອດປະຈຸບັນ, ການພົວພັນດ້ານການຄ້າເວົ້າລວມ ແລະ ການຄ້າຊາຍແດນລະຫວ່າງສອງປະເທດເວົ້າສະເພາະ ໄດ້ມີບາດກ້າວພັດທະນາໃຫມ່, ສະແດງໃຫ້ເຫັນຜ່ານລະດັບການເຕີບໂຕຕັ້ງຫນ້າໃນວົງເງິນນຳເຂົ້າສົ່ງອອກລະຫວ່າງສອງປະເທດ. ປີ 2021 ວົງເງິນການຄ້າສອງສົ້ນບັນລຸ 1,37 ຕື້  USD, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ປີ 2020, ລື່ນກາຍຄາດໝາຍ ຊື່ງການນຳຂັ້ນສູງສອງປະເທດວາງອອກໃຫ້ຂະແຫນງອຸດສາຫະກຳ ການຄ້າສອງປະເທດ (10%).

ໃນນັ້ນ ວົງເງິນນຳເຂົ້າສິນຄ້າຂອງຫວຽດນາມ ຈາກ ລາວ ບັນລຸເກືອບ 780 ລ້ານ  USD, ເພີ່ມຂຶ້ນ 70% ເມື່ອທຽບໃສ່ປີ 2020. ນີ້ແມ່ນລະດັບເປັນຫນ້າຊື່ນຊົມ ບໍ່ພຽງແຕ່ເມື່ອທຽບໃສ່ດ້ານການຄ້າລະຫວ່າງ ຫວຽດນາມ -ລາວ ໃນຊຸມປີກ່ອນນີ້ເທົ່ານັ້ນ ຫາກຍັງທຽບໃສ່ກັບການເຕີບໂຕວົງເງິນການຄ້າລະຫວ່າງ ຫວຽດນາມ ແລະ ຫລາຍປະເທດໃນພາກພື້ນອີກດ້ວຍ.

ທີ່ກອງປະຊຸມ, ສອງຝ່າຍເຫັນດີວາງອອກ 7 ທິດທາງ ຮ່ວມມືພັດທະນາດ້ານການຄ້າຊາຍແດນ ຫວຽດນາມ - ລາວ ໃນໄລຍະຈະມາເຖິງ, ໃນນັ້ນ ມີການສຳຫລວດກວດກາ, ຄົ້ນຄ້ວາ, ສະເຫນີບັນດາກົນໄກ, ນະໂຍບາຍບຸລິມະສິດກະໂດດຂັ້ນ, ມີກຳລັງດູດດື່ມພຽງພໍເພື່ອດຶງດູດແຫລ່ງເງິນລົງທຶນພື້ນຖານໂຄງລ່າງຢູ່ບັນດາເຂດເສດຖະກິດດ່ານຊາຍແດນ; ຊຸກຍູ້ການພົບປະສົນທະນາເພື່ອລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາ ແລະ ເຊື່ອມຕໍ່ພື້ນຖານໂຄງລ່າງການຄ້າຊາຍແດນລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ. ສອງຝ່າຍເຫັນດີສ້າງຄວາມສະດວກໃຫ້ສິນຄ້າສອງປະເທດ ຈໍລະຈອນ, ຈຳຫນ່າຍຢູ່ຕະຫລາດຂອງກັນ, ພິເສດແມ່ນຜະລິດຕະພັນກະເສດ, ສືບຕໍ່ສ້າງສະພາບແວດລ້ອມປອດໃສໃຫ້ແກ່ການຄ້າຊາຍແດນພັດທະນາ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top