• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອິນເດຍ ເພີ່ມທະວີການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ

ເວທີປາໄສສຸມໃສ່ແລກປ່ຽນ ແລະ ຊຸກຍູ້ການກຳນົດທິດຈຸດສຸມ 5 ປະການ, ໃນນັ້ນກຳນົດແຈ້ງບັນດາຂົງເຂດໃຫ້ບຸລິມະສິດຮ່ວມມື
  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ເວທີປາໄສ)  

ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ອິນ​ເດຍ, ຕອນ​ຄ່ຳ​ວັນ​ທີ 06 ພຶດ​ສະ​ພາ, ຢູ່​ນະ​ຄອນ​ຫຼວງ New Delhi, ປະ​ເທດ​ ອິນ​ເດຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມມ​ູ​ນິດ ຫວຽດ​ນ​າມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ​ນະ​ວັດ​ຕະ​ກຳ ຫວຽດ​ນາມ - ອິນ​ເດຍ ດ້ວຍ​ຫົວ​ຂໍ້ “ການ​ຮ່ວມ​ມື​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ”.

ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້ ເວ​ທີ​ປາ​ໄສ​ສຸ​ມ​ໃສ່​ແລກ​ປ່ຽນ ແລະ ຊຸກ​ຍູ້ການ​ກຳ​ນົດ​ທິດ​ຈຸດ​ສຸມ 5 ປະ​ການ, ໃນ​ນັ້ນ​ກຳ​ນົດ​ແຈ້ງ​ບັນ​ດາ​ຂົງ​ເຂດ​ໃຫ້​ບຸ​ລິ​ມະ​ສິດ​ຮ່ວມ​ມື, ສຸມ​ໃສ່​ບັນ​ດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ​ກຳ​ນົດ​ທິດໃນ​ສະ​ຕະ​ວັດ​ທີ 21, ລວມ​ມີ​ປັນ​ຍາ​ປະ​ດິດ, ເຕັກ​ໂນ​ໂລ​ຊີ, ພະ​ລັງ​ງານ​ສະ​ອາດ…

“ສ້າງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ດ້ານ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ຜ່ານ​ບັນ​ດາ​ໂຄງ​ການ​ມີ​ຂອບ​ຂ​ະ​ໜາດ​ໃຫຍ່ ແລະ ກົນ​ໄກ​ຮ່ວມ​ມື​ໃນ​ໄລ​ຍະ​ຍາວ, ໃນ​ນັ້ນ​, ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ມື​ດີ​ຈີ​ຕອນ ຫວຽດ​ນາມ - ອິນ​ເດຍ. ຍູ້​ແຮງ​ຮູບ​ແບບ “ພ້ອມ​ກັນ​ຄົ້ນ​ຄວ້າ, ພ້ອມ​ກັນ​ພັດ​ທະ​ນາ, ພ້ອມ​ກັນ​ຜະ​ລິດ”, ມຸ່ງ​ໄປ​ເຖິງ​ການ​ຜະ​ລິດ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​​ເຕັກ​ໂນ​ໂລ​ຊີຖື​ເຄື່ອງ​ໝາຍ​ກາ​ນ​ຄ້າ​ລວມ, ມີ​ຄວາມ​ສາ​ມາດ​ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ​ທົ່​ວ​ໂລກ​ຢ່າງ​ເລິກ​ເຊິ່ງ”.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມນີ້, ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ່​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Kusum Jain, ປະ​ທານ​ສະ​ພາ​ຄົມ​ມິດ​ຕະ​ພາບ ອິນ​ເດຍ - ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top