• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ລາວ ເຊັນເອກະສານ 17 ສະບັບ, ກຳນົດທິດການພົວພັນຮ່ວມມືໃນໄລຍະຈະມາເຖິງ

      ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ດຳເນີນແຕ່ວັນທີ 4 – 6 ທັນວາ 2020.
             ຕອນເຊົ້າວັນທີ 6 ທັນວາ, ນາຍົກລັດຖະມົນຕີ 2 ທ່ານ ໄດ້ເປັນປະທານຮ່ວມກອງປະຊຸມ. ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ເຊັນເອກະສານຮ່ວມມືສຳຄັນ 17 ສະບັບ

ຫວຽດນາມ ແລະ ລາວ ເຊັນເອກະສານ 17 ສະບັບ (ພາບ: VGP)
      ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບທິດທາງການຮ່ວມມືປີ 2021 ແລະ ໄລຍະ 5 ຫາ 10 ປີຈະມາເຖິງ; ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງໃຫຍ່ລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ລວມມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມືຫວຽດນາມ - ລາວ ປີ 2021 ແລະ ບັນດາຂໍ້ຕົກລົງຮ່ວມມືອື່ນ.
          ສຳລັບການພົວພັນແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, 2 ຝ່າຍສືບຕໍ່ຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນໃນການຮ່ວມມືອາຊຽນ. ກົນໄກຮ່ວມມືອະນຸພາກພື້ນແມ່ຂອງ ແລະ ຢູ່ສະຫະປະຊາຊາດ; ພ້ອມກັນເພີ່ມທະວີການປຶກສາຫາລື, ສະໜັບສະໜູນເຊິ່ງກັນແລະກັນ, ຍົກສູງທີ່ຕັ້ງ, ເປັນເຈົ້າຕົນເອງ, ເປັນຕົ້ນແມ່ນໃນບັນດາບັນຫາຄວາມໝັ້ນຄົງ, ຍຸດທະສາດຢູ່ພາກພື້ນ, ລວມມີ ທະເລຕາເວັນອອກ, ແມ່ຂອງ; ພ້ອມກັບບັນດາປະເທດສະມາຊິກ ອາຊຽນ ອື່ນ ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ຊຸກຍູ້ການຮັກສາຄວາມສາມັກຄີ ແລະ ບົດບາດເປັນໃຈກາງຂອງອາຊຽນ, ຍູ້ແຮງການກໍ່ສ້າງປະຊາຄົມອາຊຽນ.
           ພາຍຫລັງສິ້ນສຸດກອງປະຊຸມ, ຕໍ່ໜ້າການເປັນສັກຂິພິຍານ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ບັນດາກະຊວງຂອງ 2 ປະເທດໄດ້ເຊັນ ແລະ ມອບຂໍ້ຕົກລົງ, ສັນຍາ ແລະ ບົດບັນທຶກຊ່ວຍຈຳ 17 ສະບັບ, ໃນນັ້ນ ມີຂໍ້ຕົກລົງກ່ຽວກັບແຜນການຮ່ວມມື ຫວຽດນາມ - ລາວ ໃນປີ 2021; ຈົດໝາຍທາງການກ່ຽວກັບການປະຕິບັດສັນຍາວ່າດ້ວຍການຮ່ວມມືລົງທຶນພັດທະນາທ່າກ່ຳປັ່ນເລກທີ 1, 2, 3 ຂອງທ່າກ່ຳປັ່ນ ຫວູງອາງ; ບົດບັນທຶກຊ່ວຍຈຳການຮ່ວມມືວ່າດ້ວຍການຄົ້ນຄວ້າພັດທະນາທາງລົດໄຟລະຫວ່າງຫວຽດນາມ ແລະ ລາວ. ນອກນັ້ນ ຍັງມີບາງຂໍ້ຕົກລົງໃນຂົງເຂດການສຶກສາ, ພະລັງງານລະຫວ່າງ 2 ປະເທດອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top