• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຟີລິບປິນ ຍົກສູງປະສິດທິຜົນການຮ່ວມມືໃນຂົງເຂດຕ່າງໆ

      ແຕ່ວັນທີ 7 ຫາວັນທີ 10 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ , ລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິງມິນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin
      ຕອນເຊົ້າວັນທີ 8 ກໍລະກົດ, ຢູ່ຮ່າໂນ້ຍ, 2 ຝ່າຍໄດ້ດຳເນີນການເຈລະຈາ.  2 ຝ່າຍໄດ້ເຫັນດີເພີ່ມທະວີບັນດາການຢ້ຽມຢາມຂັ້ນສູງ ແລະ ຂັ້ນຕ່າງໆ, ຢັ້ງຢືນຄວາມຕັດສິນໃຈ ພ້ອມກັນແກ້ໄຂຄວາມຫຍຸ້ງຍາກໃນການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດທີ່ສຳຄັນ.
 ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍຢືນຢັນ ສືບຕໍ່ຍຶດໝັ້ນຫຼັກການແກ້ໄຊບັນດາການຂັດແຍ້ງກັນໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ເນັ້ນໜັກເຖິງຄວາມສຳຄັນຂອງການບໍ່ເຄື່ອນໄຫວທາງດ້ານການທະຫານ, ລະງັບການເຄື່ອນໄຫວທີ່ອາດຈະເຮັດໃຫ້ສະພາບການເພີ່ມຄວາມຄວາມສັບສົນ ແລະ ເພີ່ມຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ. 2 ຝ່າຍເຫັນດີເພີີ່ມທະວີການສົມທົບກັນລະຫວ່າງບັນດາປະເທດໃນອາຊຽນ.
    ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືລະຫວ່າງ 2 ກະຊວງ.
     ຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຟີລິບປິນ Teodoro Lopez Locsin ໄດ້ເຂົ້າຢ້ຽມຄຳນັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ແລະ ຟີລິບປິນ ຄວນເສີມຂະຫຍາຍສາຍພົວພັນອັນດີງາມ ລະຫວ່າງ 2 ປະເທດ, ພ້ອມທັງຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນບົດບາດຂອງຟີລິບປິນໃນອາຊຽນ ແລະ ສະໜັບສະໜູນຟິລິບປິນ ແບກຫາບບົດບາດເປັນຜູ້ປະສານງານສາຍພົວພັນອາຊຽນ-ຈີນໄລຍະ 2019-2021 ຢ່າງສຳເລັດຜົນ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top