
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ຕ້ອນຮັບຄະນະຜູ້ແທນ ໂດຍ ທ່ານ Ruben Remigio ປະທານສານປະຊາຊົນສູງສຸດກູບາ (ພາບ: VGP)
ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ຢັ້ງຢືນວ່າ ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ ແລະ ກູບາ ແມ່ນການພົວພັນທີ່ພິເສດ, ເລິກເຊິ່ງ, ບໍລິສຸດຜຸດຜ່ອງ ແລະ ນັບມື້ນັບໄດ້ຮັບການຮັດແໜ້ນ. ທ່ານ ເຈືອງຮວ່າບິງ ໃຫ້ຮູ້ວ່າ ການນໍາຫວຽດນາມ ຍາມໃດກໍສະໜັບສະໜູນຢ່າງແຮງການຮ່ວມມືມິດຕະພາບລະຫວ່າງລະບົບສານຂອງສອງປະເທດ, ເຊິ່ງໄດ້ສະແດງໃຫ້ເຫັນຜ່ານບົດບັນທຶກວ່າດ້ວຍການຮ່ວມມື ທີ່ໄດ້ລົງນາມກັນໃນເດືອນ ກັນຍາ 2013.
ທ່ານ Ruben Remigio ປະທານສານປະຊາຊົນສູງສຸດກູບາ ໃຫ້ຮູ້ວ່າ ປັດຈຸບັນ, ຂະແໜງຍຸຕິທໍາຂອງ ກູບາ ພວມຮ່ວມມື, ແບ່ງປັນ ແລະ ຖອດຖອນບົດຮຽນຫຼາຍຢ່າງທີ່ມີີປະໂຫຍດຈາກ ຝ່າຍຫວຽດນາມ. ກູບາ ຫາກໍ ສ້າງລັດຖະທໍາມະນູນສະບັບໃໝ່ ແລະ ສ້າງໃຫ້ສົມບູນແບບ, ສະນັ້ນ ຕ້ອງເຄົາລົບບັນດາການເຄື່ອນໄຫວພົວພັນແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດນີ້.
(ແຫຼ່ງຄັດຈາກ VOV)