• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບ່ງປັນບົດຮຽນກ່ຽວກັບການຮັບປະກັນການເຄື່ອນໄຫວຂອງເຂດແຮງງານນອກລະບົບ

ຢູ່ ຫວຽດນາມ ມີ 65% ກຳລັງແຮງງານເຮັດວຽກຢູ່ບັນດາຂົງເຂດນອກລະບົບ ແລະ ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍເພື່ອພັດທະນາບົດບາດ, ຮັບປະກັນສິດ ແລະ ຜົນປະໂຫຍດຢ່າງຊອບທຳຂອງບັນດາບຸກຄົນ.
(ທີ່ວາລະສົນທະນາຂັ້ນສູງ)

ວັນທີ 14 ພຶດສະພາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ຈັດວາລະສົນທະນາຂັ້ນສູງ ດ້ວຍຫົວຂໍ້ “ນຳໃຊ້ຂົງເຂດແຮງງານນອກລະບົບໃຫ້ແກ່ການພັດທະນາກວມລວມຢູ່ ອາຊີ - ປາຊີຟິກ”.

        ທີ່ວາລະສົນທະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ແບ່ງປັນວ່າ, ຢູ່ ຫວຽດນາມ ມີ 65% ກຳລັງແຮງງານເຮັດວຽກຢູ່ບັນດາຂົງເຂດນອກລະບົບ ແລະ  ຫວຽດນາມ ໄດ້ຜັນຂະຫຍາຍຫຼາຍນະໂຍບາຍເພື່ອພັດທະນາບົດບາດ, ຮັບປະກັນສິດ ແລະ ຜົນປະໂຫຍດຢ່າງຊອບທຳຂອງບັນດາບຸກຄົນ ແລະ ວິສາຫະກິດເຄື່ອນໄຫວນອກລະບົບ, ໂດຍສະເພາະແມ່ນເສດຖະກິດຄອບຄົວ, ຜ່ານນັ້ນ, ຮັກສາຄວາມຕິດພັນໃນສັງຄົມ ແລະ ວັດທະນະທຳ, ຊຸກຍູ້ການຜະລິດແບບຍືນຍົງ.

        ທ່ານກໍ່ແບ່ງປັນບົດຮຽນຂອງ ຫວຽດນາມ ໃນການສ້າງກອບນິຕິກຳໃຫ້ສົມບູນແບບ, ສົ່ງເສີມບັນດາຄອບຄົວດຳເນີນທຸລະກິດໜູນຊ່ວຍເຊິ່ງກັນ ແລະ ກັນ ຜ່ານບັນດາຮູບແບບຮ່ວມສຳພັນທີ່ເໝາະສົມ.

(ແຫຼ່ງຄັດຈາກ VOV)

ກະກຽມໃຫ້ແກ່ວັນບຸນໃຫຍ່ຂອງທົ່ວປວງຊົນ

ກະກຽມໃຫ້ແກ່ວັນບຸນໃຫຍ່ຂອງທົ່ວປວງຊົນ

ຕາມບົດລາຍງາຍຂອງຫ້ອງ ການສະພາເລືອກຕັ້ງແຫ່ງຊາດແລ້ວ, ມາຮອດປະຈຸບັນ ວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງໄດ້ສຳເລັດໂດຍພື້ນຖານແລ້ວ.

Top