• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເລີ່ມເຂົ້າຮ່ວມການຟື້ນຟູໄພພິບັດເຫດແຜ່ນດິນໄຫວຢູ່ ເວເນຊູເອລາ

ຄະນະກໍ່ນຳເຂົ້າວັດຖຸ, ສິນຄ້າປະມານ 88 ໂຕນ, ໃນນັ້ນມີອາຫານແຫ້ງ 50 ໂຕນ, ຕູບ 1.600 ອັນ ແລະ ເຄື່ອງກະຈ່າຍໄຟຟ້າ 15 ອັນ.
ຄະນະຈ​ະປະຕິບັດໜ້າທີ່ໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດແມ່ນ 15 ວັນ (ພາບ: TTXVN)

ຕອນ​ຄ່ຳ​ວັນ​ທ​ຮີ 28 ມ​ິ​ຖຸ​ນາ, ຮຸ່ງ​ເຊົ້າ​ວັນ​ທີ 29 ມິ​ຖຸ​ນາ, ພະ​ນັກ​ງານ, ນັກ​ຮົບ​ກອງ​ທັບ​ປະ​ຊາ​ຊົ​ນ ຫວຽດ​ນາມ ແລະ ຕຳ​ຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ເດີນ​ທາງ​ໄປ ເວ​ເນ​ຊູ​ເອ​ລາ ເຂົ້າ​ຮ່ວມ​ການ​ຊອກ​ຫາ, ກູ​້​ໄພ​ກູ້​ຊີບ, ໜູ​ນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ເຫດ​ແ​ຜ່ນ​ດິນ​ໄຫວ.

ນາຍ ແລະ ພົນ​ທະ​ຫານ​ເປັນ​ມື​ອາ​ຊີບຂອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ 82 ຄົນ ໂດຍ​ທ່ານພົນ​ຈັດ​ຕະ​ວາ ຟ້າມ​ວັນ​ຕິ, ຮອງ​ຫົວ​ໜ້າ​ກົມ​ກູ້​ໄພ​ກູ້​ຊີບ (ກົມ​ໃຫຍ່​ເສ​ນາ​ທິ​ການ), ເປັນ​ຫົວ​ໜ້າ​ຄະ​ນະ. ພ້ອມ​ກັນ​ນັ້ນ, ຄະ​ນະ​ກໍ່​ນຳ​ເຂົ້າ​ວັດ​ຖຸ, ສິນ​ຄ້າ​ປະ​ມານ 88 ໂຕນ, ໃນ​ນັ້ນ​ມີອາ​ຫານ​ແຫ້ງ 50 ໂຕນ, ຕູບ 1.600 ອັນ ແລະ ເຄື່ອງ​ກະ​ຈ່າຍ​ໄຟ​ຟ້າ 15 ອັນ. ໄລ​ຍະ​ປະ​ຕິ​ບັດ​ໜ​້າ​ທີ່​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ ແລະ ກູ້​ໄພ​ກູ້​ຊີບ​ໄພ​ພິ​ບັດ​ແມ່ນ 15 ວັນ.

ດ້ວຍ​ປະ​ສົບ​ການ​ຕົວ​ຈິງ​ຫຼາຍ​ຢ່າງ, ທ່ານພົນ​ຈັດ​ຕະ​ວາ ຟ້າມ​ວັນ​ຕິ ໃຫ້​ຮູ້​ວ່າ:

“ມີ​​ໝາ​ສະ​ເພາະ​ກິດປະ​ຕິ​ບັດ​ວຽກ​ງານ​ຊອກ​ຫາ, ກວດ​ບັນ​ດາ​ຈຸດ​ທີ່​ມີ​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ ​ຊາກ​ສົບ​ໃນ​​ຊາກ​ຮັກ​ພັງ. ພາຍ​ຫຼັງ​ພິ​ທີ​ມອບ - ຮັບ​ໃຫ້​ແກ່​ກຳ​ລັງຊ່າງ​ແສງ ແລະ ບັນ​ດາ​ກຳ​ລັງ​ຢູ່​ກັບ​ທີ່​ຈະ​ປະ​ຕິ​ບັດ​ການ​ກູ້​ໄພ​ກູ້​ຊີບ. ນຳ​ໃຊ້​ກຳ​ລັງ​ທະ​ຫານ​ຊ​່າງ​ແສງ, ບັນ​ດາ​ເຄື່ອງ​ອຸ​ປະ​ກອນກວດ​ກາ​ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ໃຊ້​ໃນ​ການ​ກູ້​ໄພ​ກູ້​ຊີບ​ໃນ​ເຫດ​ແຜນ​ດິນ​ໄຫວ​ຢູ່ ຕວັກ​ກີ ແລະ ມຽນ​ມາ​ ​ທີ່ບັນ​ລຸ​ປະ​ສິດ​ທິ​ຜົນ​ທີ່​ສຸດ. ​ແລະຜັນ​ຂະ​ຫຍາຍ​ການການກວດ, ປິ​ນ​ປົວ ແລະ ແຈກ​ຍາຍຢ​າ​ໂດຍບໍ່​ເກັບ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ ກໍ​ຄື​ບັນ​ດາ​ກຳ​ລັງ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ນັ້ນ”.

ໃນ​ຂະ​ນະ​ນັ້ນ, ຕອນ​ຄ່ຳ​ວັນ​ທີ 28 ມິ​ຖຸ​ນາ, ກອງ​ກູ້​ໄພ​ກູ້​ຊີບ​ຂອງ​ກຳ​ລັງ​ຕຳ​ຫຼວດ​ປະ​ຊາ​ຊົນ​ ຫວຽດ​ນາມ ກໍ່​ໄດ້​ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ເວ​ລາ​ຊູ​ເອ​ລາ ເຊັນ​ດຽວ​ກັນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top