• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງ ຍີ່ປຸ່ນ

      ໃນຂອບເຂດຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາທ້ອງຖິ່ນຢູ່ ຍີ່ປຸ່ນ, ທ່ານ ຫງວຽນກວກເກື່ອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຢ້ຽມຢາມ ແຂວງ Mie ແລະ ແຂວງ Shiga, ຕາມຄຳເຊື້ອເຊີນຂອງການນຳ 2 ແຂວງນີ້ແຕ່ວັນທີ 11 – 13 ຕຸລາ. 

ທ່ານເອກອັກຄະລັດຖະທູດ ຫງວຽນກວກເກື່ອງ (ເບື້ອງຊ້າຍ) (ພາບ: VOV)
      ຢູ່ແຂວງ Mie, ທ່ານເອກອັກຄະລັດຖະທູດໄດ້ພົບປະ ແລະ ແລກປ່ຽນກັບທ່ານ, ຜູ້ວ່າການ Suzuki, ເຈົ້າຄອງນະຄອນ Yokkaichi ແລະ ເຈົ້າຄອງນະຄອນ Matsuzaka, ການນຳຫ້ອງການການຄ້າອຸດສາຫະກຳ ແລະ ຜູ້ຕາງໜ້າວິສາຫະກິດຂອງແຂວງ. ເນື່ອງໃນໂອກາດການຢ້ຽມຢາມ, ແຂວງ Mie ກໍ່ໄດ້ຈັດຕັ້ງກອງປະຊຸມສຳມະນາ 2 ຄັ້ງກ່ຽວກັບ ຫວຽດນາມ. ເມື່ອຢ້ຽມຢາມນະຄອນ Yokkaichi, ນະຄອນທ່າກ່ຳປັ່ນໃຫຍ່ສຸດຂອງແຂວງ, ທ່ານ ເອກອັກຄະລັດຖະທູດ ຫງວຽນກວກເກື່ອງ ສະເໜີໃຫ້ ນະຄອນ Yokkaichi ໜູນຊ່ວຍ ຫວຽດນາມ, ພິເສດແມ່ນໃນວຽກງານຖ່າຍທອດເຕັກໂນໂລຢີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດແກ້ໄຂສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ແບ່ງ​ປັນ​ກ່ຽວ​ກັບ​ວິ​ໄສ​ທັດ ແລະ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2027

ຫວຽດ​ນາມ ແບ່ງ​ປັນ​ກ່ຽວ​ກັບ​ວິ​ໄສ​ທັດ ແລະ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2027

APEC ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ແມ່ນ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິ​ດ​ແຖວ​ໜ້າ, ພ້ອມ​ທັງ​ສຸມ​ໃສ່​ສາມ​ບຸ​ລິ​ມະ​ສິດ​ໃຫຍ່​ຮອດ​ປີ 2035: ຊຸກ​ຍູ້​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ເສ​ລີ​ເປີດ; ຍົກ​ສູງ​ກຳ​ລັງ​ທົນ​ທານ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ລະ​ບົບ​ສະ​ໜອງ; ໝູນ​ໃຊ້​ໂອ​ກາດ​ຈາກວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ຫັນ​ເປັນ​ດີ​ຈີ​ຕອນ ແລະ ຫັນ​ເປັນ​ສີ​ຂຽວ, ແນ​ໃສ່​ຮັບ​ປະ​ກັນ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ແລະ ກວມ​ລວມ.

Top