• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປັນປະທານກອງປະຊຸມກຸ່ມປະຕິບັດງານຂອງສະພາຄວາມໝັ້ນຄົງກ່ຽວກັບບັນດາສານສາກົນ

ໃນວັນທີ 03 ມິຖຸນາ, ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ປະທານກຸ່ມປະຕິບັດງານບໍ່ເປັນທາງການຂອງສະພາຄວາມໝັ້ນຄົງກ່ຽວກັບບັນດາສານສາກົນ, ໄດ້ເປັນປະທານກອງປະຊຸມຄັ້ງທຳອິດໃນປີ 2020 ຂອງກຸ່ມນີ້. ກອງປະຊຸມໄດ້ດຳເນີນຜ່ານທາງອອນລາຍ.

ທ່ານດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ແບ່ງປັນວ່າ ຫວຽດນາມ ເປັນປະທານກຸ່ມປະຕິບັດງານພ້ອມກັບສອງອົງການອື່ນຂຶ້ນກັບສະພາຄວາມໝັ້ນຄົງ, ຕາມນັ້ນແລ້ວໄດ້ແບ່ງປັນຄວາມຮັບຜິດຊອບຂອງສະມາຊິກກຳມະການບໍ່ປະຈຳການສະພາຄວາມໝັັ້ນຄົງ, ທ່ານໄດ້ຢັ້ງຢືນຄຳໝັ້ນສັນຍາຊຸກຍູ້ລັດທິຫຼາຍຝ່າຍ, ກົດບັດຂອງ ສະຫະປະຊາຊາດ ແລະ ກົດໝາຍສາກົນ. ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດໃຫ້ຮູ້ວ່າ ດ້ວຍຖານະເປັນປະທານກຸ່ມປະຕິບັດງານ, ຫວຽດນາມ ຈະໜູນຊ່ວຍຊຸກຍູ້ການໂອ້ລົມສົນທະນາບົນຈິດໃຈສ້າງສັນ, ຮ່ວມມື ລະຫວ່າງ ກຸ່ມປະຕິບັດງານ, ປະທານ, ໄອຍະການ ຂອງກົນໄກ ແລະ ຄະນະເລຂາສະຫະປະຊາຊາດ ເພື່ອແນໃສ່ປະຕິບັດໃຫ້ສຳເລັດໜ້າທີ່ຂອງກົນໄກໂດຍສະພາຄວາມໝັ້ນຄົງມອບໝາຍໃຫ້ໂດຍໄວ.

ກຸ່ມປະຕິບັດງານບໍ່ເປັນທາງການກ່ຽວກັບສານສາກົນແມ່ນອົງການຂຶ້ນກັບໂດຍສະພາຄວາມໝັ້ນຄົງສ້າງຕັ້ງມາແຕ່ປີ 2000. ປັດຈຸບັນ ຫວຽດນາມ ເປັນປະທານຂອງ 3 ອົງການຂຶ້ນກັບ, ລວມມີກຸ່ມປະຕິບັດງານ, ຄະນະກຳມະການກ່ຽວກັບ ຊູດັງ ໃຕ້ ແລະ ຄະນະກຳມະການກ່ຽວກັບ ລີບັງ. ອາຍຸການປະທານຂອງບັນດາອົງການນີ້ ແມ່ນ 2ປີ ແລະ ໂດຍບັນດາກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງດຳລົງຕຳແໜ່ງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top