• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາສາກົນ VESAK ຢູ່ສະຫະປະຊາຊາດ

ທິດສະດີຂອງພະພຸດທະເຈົ້າ ກ່ຽວກັບສັນຕິພາບ, ຄວາມເມດຕາປານີ, ຄວາມປອງດອງຍິ່ງມີຄວາມໝາຍກວ່າເວລາໃດໝົດ ນຳມາເຊິ່ງສັນຕິພາບໃຫ້ແກ່ມວນມະນຸດ.
  (ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາສາກົນ VESAK)  

ວັນທີ 13 ພຶດສະພາ, ຢູ່ ນິວຢອກ, ປະເທດ ອາເມລິກາ, ພິທີສະເຫຼີມສະຫຼອງວັນບຸນວິສາຂະບູຊາສາກົນ VESAK ໄດ້ຈັດຂຶ້ນທາງອອນລາຍ ພາຍໃຕ້ການເປັນປະທານຂອງບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ໄທ ແລະ ສີລັງກາ ປະຈຳສະຫະປະຊາຊາດ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ດັ້ງຮ່ວາງຢາງ ໃຫ້ຮູ້ວ່າ, ໃນໂລກໜຶ່ງທີ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ແລະ ວິກິດການທີ່ບໍ່ເຄີຍມີມາກ່ອນຄືໃນປະຈຸບັນ, ທິດສະດີຂອງພະພຸດທະເຈົ້າ ກ່ຽວກັບສັນຕິພາບ, ຄວາມເມດຕາປານີ, ຄວາມປອງດອງຍິ່ງມີຄວາມໝາຍກວ່າເວລາໃດໝົດ ນຳມາເຊິ່ງສັນຕິພາບໃຫ້ແກ່ມວນມະນຸດ. ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ພັດທະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ເນັ້ນໜັກວ່າ ຄວນເພີ່ມທະວີການຮ່ວມມື, ພ້ອມກັນສົມທົບກັນກ່ຽວກັບນະໂຍບາຍ ແລະ ການກະທຳ, ຊຸກຍູ້ຄຸນຄ່າກ່ຽວກັບສັນຕິພາບ, ເພື່ອປະກອບສ່ວນຫັນປະລິນິພານໃຫ້ປະກົດຜົນເປັນຈິງ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top