• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອະວຸໂສ ອາຊຽນ ຢູ່ ມາເລເຊຍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມກ່ຽວຂ້ອງ (AMM-58) ໄດ້ໄຂຂຶ້ນໃນວັນທີ 8 ກໍລະກົດ ຢູ່ ນະຄອນຫລວງ ກົວລາລຳເປີ ປະເທດ ມາເລເຊຍ.
ຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: Hằng Linh/TTXVN)

ທ່ານ ເອກອັດຄະລັດຖະທູດ ເຈີນດຶກບິ່ງ, ຜູ້ຮັກສາການ ຫົວຫນ້າ SOM ASEAN ຫວຽດນາມ ນຳຫນ້າ ຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມ.

ບັນດາກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນພິເສດ ດຳເນີນພາຍຫລັງສອງສາມອາທິດ ທີ່ດຳເນີນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ດ້ວຍຫລາຍໝາກຜົນທີ່ມີຄວາມໝາຍປະຫວັດສາດ, ເປີດໄລຍະພັດທະນາໃຫມ່ຂອງ ອາຊຽນ. ໂດຍຜັນຂະຫຍາຍຂໍ້ຕົກລົງຂອງບັນດາການນຳ, ບັນດາທ່ານລັດຖະມົນຕີ ຈະປຶກສາຫາລືຢ່າງ ເລິກເຊິ່ງກ່ຽວກັບການກຳນົດທິດ ແລະ ວິທີການນຳວິໄສທັດປະຊາຄົມ ອາຊຽນ ປີ 2045 ພ້ອມກັບບັນດາຍຸດທະສາດການຮ່ວມມືເຂົ້າໃນການຜັນຂະຫຍາຍໃນຕົວຈິງ. ຫັນບັນດາບາດກ້າວ ເປັນລະອຽດ ເພ່ືອໃຫ້ Timor Leste ເຂົ້າເປັນສະມາຊິກ ອາຊຽນ.

ຕາມແຜນການ, ວັນທີ 8 ກໍລະກົດ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຈະນຳຫນ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມ AMM-58, ລວມມີ ການໂອ້ລົມສົນທະນາລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ກັບ ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ(AICHR) ແລະ ກອງປະຊຸມຄະນະກຳມະການ SEANWFZ.
ນີ້ເປັນຄັ້ງທີ 5 ທີ່ມາເລເຊຍ ຮັບບົດບາດເປັນປະທານ ອາຊຽນ ດ້ວຍຫົວຂໍ້ປີນີ້ ແມ່ນ “ກວມລວມ ແລະ ໝັ້ນຄົງ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top